Homeຂ່າວຕ່າງປະເທດຕຳຫຼວດກວດພົບຢາເສບຕິດທີ່ຊາຍແດນ ລາວ-ຫວຽດນາມ ຈຳນວນ 6 ກິໂລກຣາມ

ຕຳຫຼວດກວດພົບຢາເສບຕິດທີ່ຊາຍແດນ ລາວ-ຫວຽດນາມ ຈຳນວນ 6 ກິໂລກຣາມ

Published on

ເຈົ້າໜ້າທີ່ກວດພົບຢາເສບຕິດລວມແລ້ວ 6 ກິໂລກຣາມ ທີ່ຢູ່ລົດເມ 4 ຄັນ ຢູ່ທີ່ດ່ານສາກົນລາວບາວ ລາວ-ຫວຽດນາມ  ແຂວງ​ກວາງ​ຈີ້ ປະເທດຫວຽດນາມ ໂດຍເຈົ້າໜ້າທີ່ໄດ້ຈັບຄົນຫວຽດນາມ 8 ຄົນ ໃນຂໍ້ຫາລັກລອບຂົນສົ່ງຢາເສບຕິດ.

ສຳນັກຂ່າວຫວຽດນາມໄດ້ລາຍງາຍວ່າ: ໃນຕອນເຊົ້າວັນພຸດ ທີ 11 ມັງກອນ 2023 ເຈົ້າໜ້າທີ່ຢູ່ດ່ານສາກົນລາວບາວ ໄດ້ດຳເນີນການກວດກາກະເປົາໃນລົດໂດຍສານຈຳນວນ 2 ຄັນ ທີ່ຫາກໍເດີນທາງຂ້າມມາໃນວຽດນາມ ລົດທັງສອງແມ່ນຕິດປ້າຍທະບຽນຫວຽດນາມ ເຊິ່ງພົບເຫັນຢາເສບຕິດ 1 ຫໍ່ ຢູ່ໃນລົດເມທັງສອງຄັນ ຢ່າງໃດກໍຕາມຢາ​ເສບ​ຕິດ​ບໍ່​ໄດ້​ຖືກ​ຍຶດ​ ແລະ ​ຍັງວາງໄວ້ລົດ​ເມຄືນ ​ແລະ​ ເບິ່ງ​ຄື​ວ່າ​ບໍ່​ມີ​ການ​ດຳເນີນການຫຍັງເທື່ອ​.

ແຕ່ຫຼັງຈາກນັ້ນເຈົ້າໜ້າທີ່ພາສີໄດ້ສົມທົບກັບຕໍາຫຼວດ ແລະ ອອກກວດຕາມຊາຍແດນເພື່ອຕິດຕາມລົດເມທັງສອງຄັນດັ່ງກ່າວ.

ໃນເວລາຕໍ່ມາຂອງມື້ດຽວກັນ ກໍໄດ້ຈັບ 3 ຄົນ ທີ່ກຳລັງຮັບຢາເສບຕິດມາຈຳນວນ 2 ຫໍ່ ທີ່ແຂວງທົວທຽນເຫ (Thua Thien–Hue) ທີ່ຕິດກັບແຂວງກວາງ​ຈີ້ ໃນນັ້ນເຈົ້າໜ້າທີ່ຕຳຫຼວດພົບເຫັນຢາເສບຕິດປະມານ 1,8 ກິໂລກຣາມ.

ຜ່ານການກວດກາເຮືອນທີ່ຜູ້ຖືກຫາທັງ 3 ຄົນ ພົບເຫັນຢາບ້າອີກ 40 ເມັດ ແລະ ເຄຕາມີນ 100 ກຣາມ.

ກ່ອນໜ້ານັ້ນ ໃນວັນທີ 8 ມັງກອນ 2023 ເຈົ້າໜ້າທີ່ດ່ານສາກົນລາວບາວ ລາວ-ຫວຽດນາມ ກໍພົບເຫັນຢາເສບຕິດຢູ່ລົດເມ 2 ຄັນ ທີ່ເຂົ້າມາຫວຽດນາມ ເຊິ່ງຄັນໜຶ່ງແມ່ນລົດຫວຽດນາມ ຄັນໜຶ່ງແມ່ນລົດລາວ.

​ໃນ​ຕອນ​ແລງ​ຂອງມື້ດຽວກັນ ຕຳຫຼວດ​ໄດ້​ຈັບ​ຜູ້​ຖືກ​ຫາ 5 ຄົນ ​ທີ່​ໄດ້​ຮັບ​ເຄື່ອງຢູ່ນະຄອນ​ດ່າ​ນັງ ຕຳຫຼວດ​ໄດ້​ພົບ​ເຫັນ​ຢາ​ເສບ​ຕິດ 4,4 ກິ​ໂລກຣາມທີ່​ເຊື່ອງ​ໄວ້​ຢູ່​ໃນ​ກະ​ເປົາ​.

ຫວຽດນາມ ແມ່ນ​ສູນຄ້າ​ຢາ​ເສບ​ຕິດ​ທີ່​ສຳຄັນ ​ເຖິງ​ວ່າຈະ​ມີ​ກົດໝາຍ​ວ່າ​ດ້ວຍ​ຢາ​ເສບ​ຕິດ​ທີ່​ເຄັ່ງ​ຄັດ​ທີ່​ສຸດ​ໃນ​ໂລກ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...