spot_img
Homeຂ່າວພາຍ​ໃນສາຍການບິນລາວກຽມຕ້ອນຮັບນັກທ່ອງທ່ຽວຈີນ

ສາຍການບິນລາວກຽມຕ້ອນຮັບນັກທ່ອງທ່ຽວຈີນ

Published on

ນັບແຕ່ເປີດປະເທດຢ່າງເຕັມຮູບແບບໃນກາງປີ 2022 ຈຳນວນຖ້ຽວບິນລະຫວ່າງປະເທດກໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງໃນປັດຈຸບັນ ສາຍການບິນລາວແອລາຍ ກໍມີຫຼາຍຖ້ຽວບິນເຂົ້າມາ ບໍ່ວ່າຈະແມ່ນທັງພາຍໃນ ແລະ ຕ່າງປະເທດ.

ແຜນຂະຫຍາຍເສັ້ນທາງການທ່ອງທ່ຽວ ຫຼື ເພີ່ມສາຍການບິນລະຫວ່າງລາວ-ຈີນ

ປະຈຸບັນ ການບິນລາວ ກຳລັງກະກຽມເປີດເສັ້ນທາງໄປ ສ.ປ ຈີນດັ່ງນີ້:

  • ວຽງຈັນ – ກວາງໂຈ່ ອາດທີດລະ 3 ຖ້ຽວ
  • ວຽງຈັນ – ຊຽງໄຮ້ ອາດທິດລະ 2 ຖ້ຽວ
  • ວຽງຈັນ – ສາງໂຈ ອາທິດລະ 1 ຖ້ຽວ
  • ວຽງຈັນ – ຫາງໂຈ ອາທິດລະ 1 ຖ້ຽວ
  • ວຽງຈັນ – ເສິນຕູ ອາທິດລະ 1 ຖ້ຽວ.

ເຊິ່ງໃນເບື້ອງຕົ້ນຖ້ຽວບິນ ສາງຊາ, ສາງໂຈ ແລະ ເຊິນຕູ ຈະບິນອາທິດລະຖ້ຽວກ່ອນ, ແຕ່ຖ້າມີຄວາມຕ້ອງການກໍ່ຈະເພີ່ມຖ້ຽວ ຕາມກົນໄກຕະຫຼາດເປັນແຕ່ລະໄລຍະ.

ພ້ອມນີ້ກໍ່ຈະພະຍາຍາມເຊື່ອມຕໍ່ລະຫວ່າງ ສປ ຈີນ ມານະຄອນຫຼວງວຽງຈັນ ແລະ ຜ່ານໄປປະເທດເພື່ອບ້ານ ຫຼື ຈາກປະເທດເພື່ອນບ້ານ ຜ່ານ ນະຄອນຫຼວງວຽງຈັນ ໄປ ສປ ຈີນ.

ສາຍການບິນຂອງ Lao Airlines ທີ່ບິນໄປຄຸນໝິງ

ໃນເບື້ອງຕົ້ນ ການບິນລາວ ໄດ້ຮັບອະນຸຍາດໃຫ້ປະຕິບັດຖ້ຽວບິນໄດ້ອາທິດລະຖ້ຽວ ເຊິ່ງກໍ່ເຫັນວ່າບໍ່ພຽງພໍ. ດັ່ງນັ້ນ, ທາງການຂອງ ສ.ປ ຈີນ  ຈຶ່ງອະນຸຍາດໃຫ້ເພີ່ມເປັນ 2 ຖ້ຽວຕໍ່ອາທິດ, ເຊິ່ງກໍ່ຍັງບໍ່ພຽງພໍເພາະສາມາດບັນຈຸຈໍານວນຜູ້ໂດຍສານໄດ້ພຽງແຕ່ 75% ຂອງຈຳນວນຕັ່ງນັ່້ງ (ສຳລັບຄຸນໝິງ – ວຽງຈັນ ແມ່ນບັນຈຸໄດ້ 100%). ມາຮອດວັນທີ 8 ມັງກອນ 2023, ສປ ຈີນ ໄດ້ມີມາດຕະການຜ່ອນຜັນ ຈຶ່ງເຮັດໃຫ້ ສາມາດບັນຈຸຜູ້ໂດຍສານໄດ້ 100% ທັງໄປ ແລະ ກັບ.

ມາດຕະການເພື່ອຮອງຮັບ ນັກທ່ອງທ່ອງຈີນ

ນອກຈາກເສັ້ນທາງທີ່ກ່າວມາຂ້າງເທີງແລ້ວນັ້ນ ພວກເຮົາຈະຂະຫຍາຍເສັ້ນບິນບັນດາແຂວງທີ່ເປັນສະຖານທີ່ທ່ອງທ່ຽວເຊັ່ນ: ແຂວງຫຼວງພະບາງ ແລະ ແຂວງຈຳປາສັກ ໄປຫາເມືອງຕ່າງໆຂອງ ສ.ປຈີນ ເພື່ອເປັນທາງເລືອກ ແລະ ອຳນວຍຄວາມສະດວກສະບາຍ ໃຫ້ແກ່ນັກທ່ອງທ່ຽວຈີນ ແລະ ສົ່ງເສີມການທ່ອງທ່ຽວລາວ-ຈີນ ແລະ ຈີນ-ລາວ, ເຊີ່ງໄລຍະຜ່ານມາພວກເຮົາໄດ້ບິນເສັ້ນທາງ ຫຼວງພະບາງ-ເສິນຕູ, ຫຼວງພະບາງ-ສາງຊາ ແລະ ຫຼວງພະບາງ-ຄຸນມິງ.

ພ້ອມນີ້ລັດວິສາຫາກິດການບີນລາວກໍໄດ້ຮ່ວມມືກັບບໍລິສັດມະຫານາທີ ສີພັນດອນ ເພື່ອກະກຽມການເປີດເສັ້ນທາງໃໝ່ ປາກເຊ-ກວາງໂຈ ແລະ ເມືອງອື່ນໆ ຕື່ມເທື່ອລະກ້າວ, ພ້ອມດຽວກັນນັ້ນພວກເຮົາກໍໄດ້ເອົາໃຈໃສ່ປັບປຸງວຽກກງານບໍລິການໂດຍສານຮອບດ້ານ ໃຫ້ມີໃບໜ້າໃໝ່ໃນການບໍລິການລູກຄ້າທີ່ບໍ່ແມ່ນພຽງແຕ່ຜູ້ໂດຍສານທີ່ເປັນນັກທ່ອງທ່ຽວຈີນ, ຕາມທີດຊີ້ນໍາຂອງຄະນະປະຕິຮູບລັດວິສາຫະກິດການບີນລາວ ແລະ ທີ່ຂາດບໍ່ໄດ້ແມ່ນຍັງຄົງປະຕິດບັດມາດຕະການຄວາມປອດໄພດ້ານສຸກຂະພາບໃຫ້ຕົງກັບເງື່ອນໄຂການເດີນທາງເຂົ້າ-ອອກຂອງແຕ່ລະປະເທດໃຫ້ເຂັ້ມງວດເພີ່ມຕື່ມ.

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...