spot_img
Homeຂ່າວພາຍ​ໃນເຫດໂຈນລັກເພັດເສຍຫາຍຫຼາຍຕື້

ເຫດໂຈນລັກເພັດເສຍຫາຍຫຼາຍຕື້

Published on

ວັນທີ 9 ມັງກອນ 2023 ເວລາ 11:30 ນາທີ ໄດ້ເກີດເຫດໂຈນລັກຊັບຢູ່ຮ້ານບຸນເຕັມວັດຖຸມີຄ່າ ເຊິ່ງລວມມູນຄ່າເສຍຫາຍກວ່າ 3.25 ຕື້ກີບ.

อาจเป็นรูปภาพของ 1 คน

 

ທາງຮ້ານບຸນເຕັມວັດຖຸມີຄ່າ ໄດ້ອອກມາໂພສຜ່ານທາງເພຈໃນເຟສບຸກ ເລົ່າເຫດການຂອງໂຈນທີ່ມາລັກຊັບນັ້ນ ໂດຍເບື້ອງຕົ້ນ ໂຈນໄດ້ມີການມາເບິ່ງໃນຮ້ານຫຼາຍຄັ້ງ ແລະ ສອບຖາມຂໍ້ມູນຂອງສິນຄ້າຈົນຮູ້ວ່າສິນຄ້າໃດລາຄາສູງທີ່ສຸດ ຕໍ່ມາ ໃນມື້ກໍ່ເຫດກໍໄດ້ມາອີກຄັ້ງໜຶ່ງ ແລ້ວລົງມືລັກຊັບ ແລະ ແລ່ນໜີໄປພ້ອມກັບປືນທີ່ຢູ່ໃນມື.

ເຊິ່ງທາງທີ່ໂຈນໜີອອກໄປ ກໍມີຍາມເຝົ້າຢູ່ ແຕ່ໂຈນໄດ້ຈົກປືນອອກມາຂູ່ ແລະ ໜີໄປໄດ້.

ໃນຊັບສິນທີ່ເສຍຫາຍນັ້ນ ປະກອບມີ ແຫວນເພັດ 5 ກະລັດ ມູນຄ່າ 1,7ຕື້ ແລະ ປະຫຼັກແຂນລວມ 4.2 ກະລັດ ມູນຄ່າ 1,55 ຕື້ກີບ.

ไม่มีคำอธิบายรูปภาพ

ທັ້ງນີ້ ຮ້ານບຸນເຕັມວັດຖຸມີຄ່າ ຍັງໄດ້ມີລາງວັນໃຫ້ ສຳຫຼັບຜູ້ໃດທີ່ສາມາດໃຫ້ຂໍ້ມູນເບາະແສຂອງຜູ້ຮ້າຍຈົນນຳຈັບໄດ້ສຳເລັດ ທາງຮ້ານມີລາງວັນນຳຈັບໃຫ້ 200 ລ້ານກີບ.

ມາຮອດວັນທີ 10 ມັງກອນ ທາງຮ້ານກໍໄດ້ຂໍ້ມູນຂອງໂຈນເພີ່ມເຕີມຄື ໄດ້ມີຜູ້ທີ່ເຄາະຮ້າຍເຄີຍຖືກຄົນດຽວກັນນີ້ປຸ້ນຈີ້ອີກຫຼາຍກໍລະນີ ເຊິ່ງຖ້າແມ່ນຜູ້ຖືກສົງໄສຄົນນີ້ຖືກຕ້ອງ ຜູ້ກ່ຽວໄດ້ກໍເຫດປຸ້ນຈີ້ລັກຊັບມາຫຼາຍກວ່າ 10 ຄະດີ ເຂົ້າຄຸກມາ 2 ຄັ້ງ ແຕ່ກໍຍັງອອກມາກະທຳຜິດຊ້ຳອີກ.

ທາງຮ້ານ ຍັງໄດ້ເລົ່າຕື່ອີກວ່າ ເດືອນຕຸລາທີ່ຜ່ານມາກໍໄດ້ເອົາປືນຈີ້ປຸ້ນຮ້ານຄຳ ສີດາລາດຊະວົງ ແຕ່ກໍຍັງບໍ່ສາມາດນຳຈັບໄດ້.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...