spot_img
Homeຂ່າວຕ່າງປະເທດຜູ້​ສະໜັບສະໜູນ​ອະດີດ​ຜູ້​ນໍາ​ຂອງ​ບຣາຊິ​ລ ບຸກ​ເຂົ້າ​ໄປ​ໃນ​ສະພາ​ແຫ່ງ​ຊາດ ​ແລະ​ ທໍານຽບປະທານາທິບໍດີ

ຜູ້​ສະໜັບສະໜູນ​ອະດີດ​ຜູ້​ນໍາ​ຂອງ​ບຣາຊິ​ລ ບຸກ​ເຂົ້າ​ໄປ​ໃນ​ສະພາ​ແຫ່ງ​ຊາດ ​ແລະ​ ທໍານຽບປະທານາທິບໍດີ

Published on

ອີງຕາມສຳນັກຂ່າວຮອຍເຕີ ໃນວັນທີ 9 ມັງກອນ 2023 ລາຍງານວ່າ: ຜູ້ສະໜັບສະໜູນອະດີດປະທານາທິບໍດີບຣາຊິວ ທ່ານ ຈາອີ ໂບໂສນາໂຮ (Bolsonaro) ໄດ້ບຸກອາຄານສູງ, ອາຄານລັດຖະສະພາ, ແລະ ປິດລ້ອມທຳນຽບປະທານາທິບໍດີ ໃນກຸງບຣາຊິເລຍເມືອງຫຼວງເມື່ອວັນອາທິດທີ່ຜ່ານມາ.

 

ສື່ໃນບຣາຊິວລາຍງານວ່າ: ມີຜູ້ປະທ້ວງຫຼາຍກວ່າ 3000 ຄົນ, ບຸກເຂົ້າໄປໃນອາຄານທີ່ທຳການສານສູງບຣາຊິວ, ແລະ ປິດລ້ອມທຳນຽບປະທານາທິບໍດີ, ເຊິ່ງສາເຫດຜູ້ປະທ້ວງເຫຼົ່ານີ້ ສະແດງຄວາມບໍພໍໃຈຕໍຜົນການເລືອກຕັ້ງເມື່ອວັນທີ 30 ຕຸລາ 2022 ທີ່ຜ່ານມາ, ທີ່ ລູອິສ ອິນາ ຊິໂອ ລູລາ ດາຊິນວາ ເອົາຊະນະ ອະດີດປະທານາທິບໍດີ ໂບໂຊນາໂຮໃນການເລືອກຕັ້ງ  ແລະ ໄດ້ຂຶ້ນເປັນປະທານາທິບໍດີຄົນໃໝ່ຂອງບຣາຊິວ.

ຢ່າງໃດກໍຕາມ, ອະດີດປະທານາທິບໍດີ ໂບໂຊນາໂຮ ທີ່ມີແນວຄວາມ​ຄິດ​ແບບ​ອະນຸລັກ​ນິຍົມ ໄດ້ຕັ້ງຄຳຖາມຊ້ຳແລ້ວຊ້ຳອີກ ໂດຍບໍ່ມີຫຼັກຖານ ກ່ຽວກັບຄວາມຫນ້າເຊື່ອຖືຂອງລະບົບການເລືອກຕັ້ງຂອງບຣາຊິວ ຫຼັງ​ຈາກ​ການ​ພ່າຍ​ແພ້​ຂອງ​ຕົນ​ ​ແລະ​ຜູ້​ສະໜັບສະໜູນ​ອະດີດ​ຜູ້ນຳ​ບຣາຊິນ​ຫຼາຍ​ຄົນ​ເຊື່ອ​ໃນເລື່ອງນີ້.

ອ້າງອິງ: ຮອຍເຕີ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...