spot_img
Homeຂ່າວທ້ອງຖິ່ນ70 ພັນກວ່າຄົນຢູ່ຫົວພັນ ຈະໄດ້ຮັບວັກຊິນກັນພະຍາດໝາກແດງ

70 ພັນກວ່າຄົນຢູ່ຫົວພັນ ຈະໄດ້ຮັບວັກຊິນກັນພະຍາດໝາກແດງ

Published on

9af1f53e78453d90b7b189e132b9737b

 

ຫຼັງ​ຈາກ​ລັດ­ຖະ­ບານ​ກຳນົດ​ເອົາ​ວັນ​ທີ 17-30 ພະ­ຈິກ 2014 ເປັນ​ວັນ​ສັກ​ຢາ​ກັນ​ພະ­ຍາດໝາກ​ແດງ​ນ້ອຍ ແລະ ໝາກ​ແດງ

ໃຫຍ່​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ​ຢູ່​ແຂວງ​ຫົວ­ພັນ​ກໍ​ຂຸ້ນ­ຂ້ຽວ​ເລັ່ງ​ ສັກວັກ​ຊິນ​ກັນ​ພະ­ຍາດ​ດັ່ງ­ກ່າວ​ໃຫ້​ໄດ້ 70 ພັນ​ກວ່າ​ຄົນ.

 

ທ່ານ ດຣ. ນາງ ພວງ​ສີ ພົມມະ​ວັນ ຫົວ­ໜ້າ​ຂະ­ແໜງ​ແມ່ ແລະ ເດັກ ແຂວງ​ຫົວ­ພັນໃຫ້​ສຳ­ພາດ​ກັບ​ນັກ​ຂ່າວ​ສັງ­ຄົມ​ຜ່ານ​

ທາງໂທລະ­ສັບ​ວ່າ: ເພື່ອ​ໃຫ້​ບັນ­ລຸ​ຕາມ​ເປົ້າໝາຍ​ຂອງ​ລັດ­ຖະ­ບານ​ວາງ​ໄວ້ ໂດຍ​ໃຫ້ອັດ­ຕາ​ການ​ສັກ​ຢາ​ກັນ​ພະ­ຍາດ​ໝາກ

ແດງ​ກັບ​ເດັກ​ທີ່​ມີ​ເກນ​ອາ­ຍຸ​ ລະ­ຫວ່າງ 9 ເດືອນ-10 ປີ ບັນ­ລຸ 95% ທາງແຂວງ​ຫົວ­ພັນ​ກໍ​ຄື​ຄະ­ນະ​ກຳ­ມະ­ການ​ສຸຂະ​ພາບ​ແມ່

ແລະ ເດັກ (ຄມດ) ໄດ້​ເອົາໃສ່​ປະ­ຕິ­ບັດ​ໜ້າ​ວຽກ​ຂອງ​ຕົນ​ໃຫ້​ໄດ້​ຕາມແຜນ​ພັດ­ທະ­ນາ​ ເສດ­ຖະ­ກິດ-ສັງ­ຄົມ ໂດຍເລັ່ງ​ລົງ​ໄປ

​ສັກ​ວັກ​ຊິນ​ກັນ​ພະ­ຍາດ​ໝາກແດງ​ນ້ອຍ ແລະ ໝາກ​ແດງ​ໃຫຍ່​ຢູ່​ເຂດທີ່​ຫ່າງ​ໄກ​ສອກ­ຫຼີກ​ກ່ອນ​ຄາດ​ວ່າ​ຢູ່ແຂວງ​ຫົວ­ພັນ​

ຈະ ​ສັກ​ວັກ​ຊິນ​ດັ່ງ­ກ່າວ​ໃຫ້ ໄດ້ 71.274 ຄົນ ໃນ 10 ເມືອງ ແລະ ໃຫ້​ສຳ­ເລັດ​ກ່ອນ​ວັນ​ທີ 30 ພະ­ຈິກ​ນີ້.

 

ທ່ານ ດຣ. ນາງ ພວງ​ສີ ພົມ​ມະ​ວັນ ໃຫ້​ຮູ​ອີ​ກວ່າ: ການ​ທີ່​ຈະ​ເຂົ້າ​ເຖິງ​ກຸ່ມ​ຄົນທີ່​ອາ­ໄສ​ຢູ່​ເຂດ​ຫ່າງ​ໄກ​ສອກ​ຫຼອກ​ກໍ​ຄື ຊົນ­ນະ­

ບົດ​ໄດ້​ມັນ​ບໍ່​ແມ່ນ​ເລື່ອງ​ງ່າຍ ແລະ ອີກ​ຢ່າງ​ຄົນ​ທີ່­ຢູ່​ອາ­ໄສ​ຢູ່​ສະ­ຖານ­ທີ່​ແຫ່ງຕ່າງໆ​ນັ້ນ​ລ້ວນ​ແຕ່​ເປັນ​ ຊົນ­ເຜົ່າ​ຈະ​ຕ້ອງອາ­

ໄສ​ທີມ​ງານ ຄມດ ສຸ​ຂະ​ສຶກ​ສາ​ຊົນ­ເຜົ່າໄປ​ອະ­ທິ­ບາຍ​ເຖິງ​ຜົນ​ຮ້າຍ​ຂອງ​ພະ­ຍາດໝາກ​ແດງ​ນີ້​ ໃຫ້​ເຂົາ­ເຈົ້າ​ເຂົ້າ­ໃຈ ແລະ ນຳ​

ເອົາ​ລູກ​ຫຼານ​ໃນ​ເກນ​ອາ­ຍຸ 9 ເດືອນ-ລຸ່ມ 10 ປີ ໄປ​ຮັບ​ວັກ​ຊິນ​ກັນ​ພະ­ຍາດໝາກ​ແດງ​ນ້ອຍ ແລະ ໝາກ​ແດງ​ໃຫຍ່.

 

ເປົ້າ​ໝາຍ​ກໍ​ເພື່ອ​ເຮັດ​ໃຫ້​ສຸ­ຂະ­ພາບຂອງ​ແມ່­ຍິງ ແລະ ເດັກ­ນ້ອຍ ປອດ​ໄພຈາກ​ການ​ຕິດ­ພະ­ຍາດ​ທີ່​ສາ­ມາດ​ກັນ​ໄດ້ ດ້ວຍ​

ວັກ​ຊິນ ສະ­ນັ້ນ ຈິ່ງ​ຮຽກ­ຮ້ອງ​ໃຫ້​ພໍ່ແມ່​ຜູ້​ປົກ­ຄອງ​ຕື່ນ​ຕົວ ແລະ ໃຫ້​ຄວາມຮ່ວມ​ມື​ໂດຍ​ນຳ­ພາ​ລູກ​ຫຼານ​ເຂົ້າ​ຮ່ວມ ສັກ​ຢາ​

ກັນ​ພະ­ຍາດ​ດັ່ງ­ກ່າວ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...