spot_img
Homeຂ່າວທ້ອງຖິ່ນເກືອບ 40 ໂຄງການແຂວງວຽງຈັນ ອະນຸມັດການລົງທຶນໃນສົກແລ້ວ

ເກືອບ 40 ໂຄງການແຂວງວຽງຈັນ ອະນຸມັດການລົງທຶນໃນສົກແລ້ວ

Published on

204df6ba8b3470ed7a013dbf1ff9a921

 

ໃນ​ການ​ປະ­ຊຸມ​ພາກ​ວິ­ຊາ​ການຂອງ​ພະ​ແນກ​ແຜນ­ການ-ການ​ລົງ­ທຶນ ແຂວງ​ວຽງ​ຈັນ ໄດ້​ຍົກ​ເອົາ​ຫຼາຍ​ບັນ­ຫາຂຶ້ນ​ມາ

​ສົນ­ທະ­ນາ​ແລກ­ປ່ຽນ ເພື່ອ​ຊອກໃຫ້​ເຫັນ​ບົດ­ຮຽນ​ດ້ານ​ດີ ແລະ ຊອກ​ຫາຈຸດ​ອ່ອນ​ເພື່ອ​ແກ້​ໄຂ​ໃນ­ຕໍ່­ໜ້າ​ໜຶ່ງ​ໃນ​ບັນຫາ​

ທີ່​ຖືກ​ຍົກ​ຂຶ້ນ​ມາ​ສົນ­ທະ­ນາ​ກັນ​ໃນກອງ​ປະ­ຊຸມ​ຄັ້ງ​ນີ້ ​ຄື​ການ​ສົ່ງ­ເສີມ​ການ​ລົງ­ທຶນ​ຂອງ​ພາກ​ເອ­ກະ​ຊົນ​ທີ່​ເຫັນ​ວ່າ​ມີຄວາມ​

ຄຶກ­ຄັກ​ດີ ສະ­ເພາະ​ສົກ​ປີ­ຜ່ານ­ມາ​ນີ້​ມີ​ການ​ອະ­ນຸ­ມັດ​ໃຫ້​ເອ­ກະ​ຊົນ​ເຂົ້າ​ ລົງ­ທຶນເຖິງ 39 ໂຄງ­ການ​ທຽບ­ໃສ່​ແຜນ­ການເພີ່ມ

​ຂຶ້ນ28%.

 

ທ່ານ ອຸ​ດົງ ພົງ​ໄພ​ປະ­ດິດ ຫົວ­ໜ້າພະ​ແນກ​ແຜນ­ການ-ການ​ລົງ­ທຶນ​ແຂວງວຽງ​ຈັນ​ກ່າວ ໃນ​ກອງ​ປະ­ຊຸມ​ພາກ​ວິ­ຊາການ

​ຂະ­ແໜງ​ແຜນ­ການ-ການ​ລົງ­ທຶນທົ່ວ​ແຂວງ​ວຽງ​ຈັນ ທີ່​ຈັດ​ຂຶ້ນ​ໃນ​ວັນ ທີ 20 ພະ­ຈິກ​ຢູ່​ຫ້ອງ​ວ່າ­ການ​ປົກ­ຄອງແຂວງ​ວຽງ​

ຈັນ​ວ່າ: ບັນ­ຍາ­ກາດ​ການລົງ­ທຶນ​ໃນ​ສົກ2013- 2014 ພາກ​ເອ­ກະ ຊົນ​ມີ​ຄວາມ​ສົນ­ໃຈເຂົ້າ​ລົງ­ທຶນ​ໃນ​ແຂວງ​ວຽງ​ຈັນ​ຄຶກ­

ຄັກ ສົມ­ຄວນ​ສະ­ແດງ​ອອກ​ໃນ​ຕົວ​ເລກ​ທີ່​ມີການ​ສະ­ເໜີ​ຂໍ​ລົງ­ທຶນ​ທັງ​ໝົດ​ມີ​ ເຖິງ 45 ໂຄງ­ການ​ມູນ​ຄ່າ 178 ຕື້​ກວ່າ​ກີບ

ແລະ 16 ລ້ານ​ກວ່າ​ໂດ​ລາ, ໃນ​ນີ້​ ໄດ້​ຮັບການ​ພິ­ຈາ­ລະ­ນາ ແລະ ອະ­ນຸ­ມັດ​ໄປ​ຕົວຈິ່ງ​ມີ 39 ໂຄງ­ການ, ເປັນ​ການ​ລົງ­ທຶນພາຍ

​ໃນ 30 ໂຄງ­ການ ມູນ​ຄ່າ 165 ຕື້ກວ່າ​ກີບ ແລະ ເປັນ​ການ​ລົງ­ທຶນ​ຂອງຕ່າງ­ປະ­ເທດ 9 ໂຄງ­ການ​ມູນ​ຄ່າ 15  ລ້ານກວ່າ​ໂດ

​ລາ, ຕົວ​ເລກ​ດັ່ງ­ກ່າວ​ທຽບ­ໃສ່ແຜນ­ການ​ທີ່​ແຂວງ​ວາງ​ໄວ້​ລື່ນ 28% ແລະ ທຽບ­ໃສ່​ໄລ­ຍະ​ດຽວ​ກັນ​ຂອງ​ປີ​ກາຍ ກໍ​ເພີ່ມ​ຂຶ້ນ​

ເປັນ 2 ເທົ່າ​ຕົວ; ນອກ­ຈາກ​ນີ້ ຍັງ​ມີ​ເອ­ກະ​ຊົນ​ຂໍ​ສະ­ເໜີ​ການ​ລົງ­ທຶນ​ນຳ ຂັ້ນ​ສູນ​ກາງ​ແຕ່​ລະ​ເປົ້າ​ໝາຍ​ການ​ລົງ­ທຶນ​ຢູ່​

ແຂວງ​ວຽງ​ຈັນ​ອີກ 3 ໂຄງ­ການ ຊຶ່ງ​ເປັນ​ເອ­ກະ​ຊົນ​ພາຍ​ໃນ 2 ໂຄງ­ການ, ເຫຼືອ​ນັ້ນ​ແມ່ນ​ເອ­ກະ​ຊົນ​ຕ່າງ­ປະ­ເທດ.

 

ການ​ລົງ­ທຶນ​ຂອງ​ເອ­ກະ​ຊົນ​ສ່ວນໃຫຍ່​ແມ່ນ​ມຸ່ງ​ເປົ້າ​ໃສ່​ການ​ຂຸດ​ຄົ້ນ: ຫີນ, ແຮ່​ຊາຍ, ຫີນ​ປູນ, ຫີນ​ຜາ, ການ​ບໍ​ລິ ການ-

ການ­ທ່ອງ­ທ່ຽວ ແລະ ການ​ສຶກ​ສາຄວາມ​ເປັນ​ໄປ​ໄດ້​ໃນ​ການ​ສ້າງ​ເຂື່ອນ​ໄຟຟ້າ​ນ້ຳ­ຕົກ​ຂະ­ໜາດ​ນ້ອຍ 15 ເມ​ກາ​ວັດລົງ​ມາ;

ຄຽງ​ຄູ່​ກັນ​ນີ້​ພະ​ແນກ​ແຜນ­ການ-ການ​ລົງ­ທຶນ​ແຂວງ​ຍັງ​ໄດ້​ຈັດ​ພິ­ທີ​ເຊັນ MOU ເພື່ອ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ສ້າງ

​ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ​ ຂະ­ໜາດນ້ອຍ 3 ໂຄງ­ການ​ຄື: ເຂື່ອນ​ນ້ຳ​ເຟືອງຕອນ​ລຸ່ມ, ເຂື່ອນ​ນ້ຳ​ແກ່ນ ແລະ ເຂື່ອນ ນ້ຳ​ໄພ່, ຄາດ​

ວ່າ​ຈະ​ມີ​ການ​ເຊັນ​ສັນ­ຍາ​ຊື້-ຂາຍ​ໄຟ­ຟ້າ ແລະ ສັນ­ຍາ​ຄຸ້ມ​ຄອງ​ໂຄງການ​ໃນ​ທ້າຍ​ເດືອນ​ນີ້.

 

ປັດ​ໄຈ​ທີ່​ເຮັດ​ໃຫ້­ການ​ລົງ­ທຶນ​ຂອງພາກ​ເອ­ກະ​ຊົນ​ເພີ່ມ​ຂຶ້ນ​ກໍ​ຍ້ອນ​ວ່າ​ ເສດຖະ​ກິດ​ຂອງ​ແຂວງ​ວຽງ​ຈັນ​ກຳ­ລັງ​ມີການ​ພັດ­

ທະ­ນາ​ຕໍ່​ເນື່ອງ ແລະ ປະ­ຈຸ​ບັນ​ກໍ​ມີການ​ສ້າງ­ສາ​ພັດ­ທະ­ນາ​ພາຍ​ໃນ​ແຂວງຫຼາຍ​ໂຄງ­ການ​ເປັນ­ຕົ້ນ​ ແມ່ນ​ໂຄງ­ການ ພັດ­ທະ

­ນາ​ເທ­ສະ​ບານ​ແຂວງ​ທີ່​ມີ​ຄວາມຈຳ­ເປັນ​ຕ້ອງ​ໃຊ້​ວັດ​ສະ​ດຸ​ດັ່ງ­ກ່າວ.

 

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...