Homeຂ່າວຕ່າງປະເທດຢືນຢັນແລ້ວ ຈະບໍ່ມີການພິມທະນາຄານທີ່ມີໜ້າຂອງ ລີໂອເນວ ເມສຊີ

ຢືນຢັນແລ້ວ ຈະບໍ່ມີການພິມທະນາຄານທີ່ມີໜ້າຂອງ ລີໂອເນວ ເມສຊີ

Published on

ທະນາຄານແຫ່ງຊາດຂອງອາເຈນຕິນາອອກມາ ຢືນຢັນແລ້ວ ຈະບໍ່ມີການພິມທະນາຄານທີ່ມີໜ້າຂອງ ລີໂອເນວ ເມສຊີ ພ້ອມ ເບີ 10 ຕາມທີ່ເຄີຍມີລາຍງານມາຫຼັງຈາກດາວເຕະໄວ 35 ປີນໍາພາທີມຄວ້າແຊ້ມບານໂລກ 2022 ທີ່ປະເທດກາຕ້າ.

ຫຼັງຈາກຄວາມສໍາເລັດຂອງທັບຟ້າຂາວທີ່ຍິ່ງໃຫຍ່ໃນການຄວ້າແຊ້ມໂລກສະໄໝທີ 3 ໄດ້ສຳເລັດ, ຫນັງສືພິມ El Financiero ຈັດພີມຂ່າວວ່າທະນາຄານແຫ່ງຊາດຂອງອາເຈນຕິນາ. ກຽມພິມທະນະບັດ 1,000 ເປໂຊ ພ້ອມກັບຮູບຂອງ ເມສຊີ ທີ່ມີໝາຍເລກ 10 ລວມທັງຊື່ຂອງ ລີໂອເນລ ແລະ ສະຄາໂລນີ່ ຄູຝຶກທີມຊາດ ​ເພື່ອ​ໃຫ້​ກຽດ​ເປັນ​ວິລະ​ຊົນ​ຂອງ​ຊາດ0

ກ່ອນໜ້ານີ້ໃນຕົ້ນປີ 1978, ທະນາຄານແຫ່ງຊາດຂອງອາເຈນຕິນາ ເຄີຍຜະລິດຫຼຽນເພື່ອສະເຫຼີມສະຫຼອງໂອກາດໄດ້ແຊ້ມໂລກຄັ້ງທໍາອິດ ຢ່າງໃດກໍຕາມ ເຟີນານໂດ ອາລອງໂຊ້ ເຈົ້າໜ້າ​ທີ່​ທະນາຄານ​ລະດັບສູງ ຢືນຢັນ​ວ່າ ທະນາຄານ​ບໍ່​ມີ​ແຜນການ​ພິມທະນະບັດສະບັບ​ພິ​ເສດຕາມຂ່າວລືໃດໆ.

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...