spot_img
Homeຂ່າວພາຍ​ໃນປກສ ເມືອງໄຊທານີ ຈັບເປົ້າໝາຍລັກລົດຈັກໄດ້ອີກ 6 ຄົນ

ປກສ ເມືອງໄຊທານີ ຈັບເປົ້າໝາຍລັກລົດຈັກໄດ້ອີກ 6 ຄົນ

Published on

ໃນໄລຍະວັນທີ 21 ກໍລະກົດ- 19 ຕຸລາ 2022, ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ແກ້ໄຂ ກຸ່ມແກ້ງລັກຊັບພົນລະເມືອງ (ລັກລົດຈັກ) ກັກຕົວເປົ້າ ໝາຍ 6 ຄົນ.

ພັທ ສຸລີວັນ ແກ້ວມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຈາກຜູ້ເສຍຫາຍ, ຈາກນັ້ນ ກອງບັນຊາການ ປກສ ເມືອງໄຊທານີ ໄດ້ຕິດຕາມເປົ້າໝາຍ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງແກ້ໄຂສາມາດ ເປົ້າໝາຍ 6 ຄົນ ຄື:

  1. ທ້າວ ອານຸ ອາຍຸ 22 ປີ ປະຊາຊົນ ຢູ່ບ້ານ ຈັນສະຫວ່າງ ເມືອງສີໂຄດຕະບອງ,
  2. ທ້າວ ອານຸຄອນ ອາຍຸ 25 ປີ ປະຊາຊົນຢູ່ບ້ານ ຈັນສະຫວ່າງ ເມືອງສີໂຄດຕະບອງ,
  3. ທ້າວ ນາມມະແກ້ວ ອາຍຸ 22 ປີ ປະຊາຊົນ ຢູ່ບ້ານໂພນໂຮງ ເມືອງ ວຽງຄໍາ ແຂວງ ວຽງຈັນ
  4. ທ້າວ ກິໂນ້ ອາຍຸ 22 ປີ ປະຊາຊົນ ຢູ່ບ້ານນາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.
  5. ທ້າວ ບ໋ອບບີ້ ອາຍຸ 19 ປີ ປະຊາຊົນ ຢູ່ບ້ານໜອງປາໃນ ເມືອງສີໂຄດຕະບອງ
  6. ທ້າວ ຕ໋ອງ ອາຍຸ 22 ປີ ປະຊາຊົນ ຢູ່ບ້ານທ່າງ່ອນ ເມືອງໄຊທານີ ພ້ອມເກັບກູ້ຂອງກາງລົດຈັກຄືນມາໄດ້ 4 ຄັນ.

ປັດຈຸບັນ ຄະດີດັ່ງກ່າວ ເຈົ້າໜ້າທີ່ພວມດໍາເນີນການສອບສວນ ເປີດກ້ວາງຂະຫຍາຍຜົນ ສືບຄົ້ນຫາ ຜູ້ຮ່ວມກະທໍາຜິດມາດໍາເນີນຄະດີ.

ແຫຼ່ງຂ່າວຈາກ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...