spot_img
Homeຂ່າວພາຍ​ໃນນຳຕົວຜູ້ຖືກຫາຄະດີຂົ່ມຂືນເດັກ ເຮັດແຜນທົດສະກຳປະກອບສຳນວນຄະດີ

ນຳຕົວຜູ້ຖືກຫາຄະດີຂົ່ມຂືນເດັກ ເຮັດແຜນທົດສະກຳປະກອບສຳນວນຄະດີ

Published on

ໃນວັນທີ 29 ກໍລະກົດ 2022, ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນ ຄະດີອາຍາ-ເສດຖະກິດ ປກສ ເມືອງທ່າແຂກ ໄດ້ນຳຕົວຜູ້ຖືກຫາມາທົດສະກຳຄືນ ໃນຄະດີຂົ່ມຂືນທຳສຳເລົາເດັກ ອາຍຸ 16 ປີ ຢູ່ເຂດບ້ານໂພນສະອາດ ເມືອງທ່າແຂກ ແຂວງຄຳມ່ວນ.

ເຈົ້າໜ້າທີ່ ປກສ ເມືອງທ່າແຂກ ໃຫ້ຮູ້ວ່າ: ວັນທີ 31 ຕຸລາ 2022 ໄດ້ມີປະຊາຊົນຢູ່ບ້ານໂພນສະອາດ ເມືອງທ່າແຂກ ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ ປກສ ກຸ່ມຈອມທອງ ເມືອງທ່າແຂກ ວ່າ: ເວລາປະມານ 5:00 ໂມງເຊົ້າຂອງວັນດຽວກັນ, ໄດ້ມີຄົນຮ້າຍລັກເຂົ້າເຮືອນ ເພື່ອຫວັງຈະມາຂົ່ມຂືນທຳສຳເລົາ ນາງ ນ້ອຍ (ນາມສົມມຸດ) ອາຍຸ 16 ປີ, ຢູ່ໃນຫ້ອງນອນແຕ່ບໍ່ສຳເລັດ ເພາະຜູ້ເສຍ ຫາຍໄດ້ຮ້ອງຂໍຄວາມຊ່ວຍເຫຼືອ ແລະ ຄົນທີ່ຢູ່ພາຍໃນເຮືອນໄດ້ຍິນ ຈຶ່ງຊ່ວຍກັນຈັບກຸມຄົນຮ້າຍໄວ້ໄດ້ ແລ້ວແຈ້ງຕໍ່ເຈົ້າໜ້າທີ່ ປກສ ກຸ່ມຈອມທອງ ກັກຕົວຜູ້ກ່ຽວໄປດຳເນີນຄະດີ.

ເຈົ້າໜ້າທີ່ ປກສ ເມືອງທ່າແຂກ ໃຫ້ຮູ້ຕື່ມວ່າ: ຜູ້ຖືກຫາ ຊື່ ທ້າວ ບຸນຍືນ ອາຍຸ 42 ປີ, ຢູ່ບ້ານໂພນສະອາດ ເມືອງທ່າແຂກ.

ໃນໄລຍະຜ່ານມາ, ທ້າວ ບຸນຍືນ ແມ່ນເຄີຍລັກເຂົ້າເຮືອນຜູ້ເສຍຫາຍຈະຂົ່ມຂືນ ນາງ ນ້ອຍ ມາແລ້ວ 1 ຄັ້ງ ແຕ່ບໍ່ສຳເລັດ, ເຊິ່ງໃນມື້ດັ່ງກ່າວ ເອື້ອຍຂອງ ນາງ ນ້ອຍ ມາພົບເຫັນແລ້ວຊ່ວຍໄວ້ທັນ ແລະ ໄດ້ແຈ້ງຕໍ່ການຈັດຕັ້ງບ້ານ ນຳຕົວຜູ້ກ່ຽວ ໄປສຶກສາອົບຮົມ ແລະ ກ່າວເຕືອນມາແລ້ວ 1 ຄັ້ງ.

ຜ່ານການສອບສວນ ຜູ້ຖືກຫາຮັບສາລະພາບວ່າ: ຜູ່ກ່ຽວໄດ້ເຄື່ອນໄຫວເສບຢາບ້າມາແຕ່ຕົ້ນປີ 2021 ແລະ ຖືກເຈົ້າໜ້າທີ່ ນຳໄປດັດສ້າງ 1 ຄັ້ງ ພາຍຫຼັງອອກມາຈາກສູນດັດສ້າງ ກໍມີແນວຄິດທີ່ຈະຂົ່ມຂືນ ນາງ ນ້ອຍ.

ມາຮອດມື້ກໍ່ເຫດ ເວລາປະມານ 5:00 ໂມງເຊົ້າຂອງວັນທີ 31 ຕຸລາ 2022, ຜູ້ກ່ຽວໄດ້ໄປເຮືອນຜູ້ເສຍຫາຍ ແລ້ວລັກເຂົ້າທາງປະຕູເຮືອນຄົວ ແລ້ວເຫັນປ້າຂອງຜູ້ເສຍຫາຍກຳລັງນຶ້ງເຂົ້າ, ຈຶ່ງລັກເຂົ້າໄປໃນຫ້ອງນອນເຫັນ ນາງ ນ້ອຍ ນອນຢູ່ກັບຫຼານ ອາຍຸປະມານ 5 ປີ ຈຶ່ງເຂົ້າໄປພະຍາຍາມຂົ່ມຂືນ.

ເວລານັ້ນ ນາງ ນ້ອຍ ໄດ້ຮູ້ເມື່ອ ແລະ ຮ້ອງຂໍຄວາມຊ່ວຍເຫຼືອ ແລ້ວອ້າຍຜູ້ເສຍຫາຍພ້ອມຄົນຢູ່ພາຍໃນເຮືອນໄດ້ຍິນ ຈຶ່ງຊ່ວຍກັນຈັບກຸມຜູ້ກ່ຽວໄດ້ ແລ້ວສົ່ງໃຫ້ເຈົ້າໜ້າທີ່ ປກສ ເມືອງທ່າແຂກ ນຳຕົວໄປດຳເນີນຄະດີຕາມກົດໝາຍ.

ແຫຼ່ງຂ່າວ ຄວາມສະຫງົບ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...