spot_img
Homeຂ່າວຕ່າງປະເທດຍີ່ປຸ່ນອັດຊີດງົບປະມານກອງທັບຫຼາຍທີ່ສຸດ ນັບຕັ້ງແຕ່ສົງຄາມໂລກຄັ້ງທີ 2

ຍີ່ປຸ່ນອັດຊີດງົບປະມານກອງທັບຫຼາຍທີ່ສຸດ ນັບຕັ້ງແຕ່ສົງຄາມໂລກຄັ້ງທີ 2

Published on

ຍີ່ປຸ່ນເປີດເຜີຍແຜນການສ້າງກອງທັບຄັ້ງໃຫຍ່ສຸດນັບຕັ້ງແຕ່ສົງຄາມໂລກຄັ້ງທີ 2  ດ້ວຍງົບປະມານ 320 ພັນລ້ານໂດລາສະຫະລັດ ທີ່ຈະຊື້ລູກສອນໄຟ ແລະ ພ້ອມຮັບມືກັບຄວາມຂັດແຍ່ງໃນໂລກ.

ຈາກຄວາມຂັດແຍ່ງກັນລະຫວ່າງລັດເຊຍ ແລະ ຢູເຄຣນ ເຮັດໃຫ້ຢ້ານສົງຄາມຈະເກີດຂຶ້ນ ຫຼ້າສຸດ ຍີ່ປຸ່ນວາງແຜນ 5 ປີ ໃຫ້ກັບປະເທດ ໄດ້ກາຍເປັນຜູ້ໃຊ້ຈ່າຍທາງທະຫານລາຍໃຫຍ່ເປັນອັນດັບ 3 ຂອງໂລກຕໍ່ຈາກ ສ.ອາເມຣິກາ ແລະ ຈີນ ໂດຍພິຈາລະນາງົບປະມານໃນປັດຈຸບັນ.

ລັດຖະບານຍີ່ປຸ່ນ ໄດ້ກັງວົນເລື່ອງທີ່ຣັດເຊຍໄດ້ສ້າງແຮງກະຕຸ້ນໃຫ້ຈີນຮຸກຮານໄຕ້ຫວັນ ແລະ ຄຸກຄາມເກາະຍີ່ປຸ່ນທີ່ຢູ່ໃກ້ຄຽງກັນນີ້ ເພື່ອຈຳກັດການນຳໃຊ້ເສັ້ນທາງເດີນເຮືອຂົນສົ່ງນ້ຳມັນຈາກຕະເວັນອອກກາງ.

ການຮຸກຮານຢູເຄຣນຂອງຣັດເຊຍ ເປັນການລະເມີດກົດໝາຍລະຫວ່າງປະເທດທີ່ຫ້າມໃຊ້ກຳລັງ ແລະ ໄດ້ລະເມີີດຮາກຖານກົດລະບຽບຢ່າງຮ້າຍແຮງ.

ນອກນັ້ນ ຍີ່ປຸ່ນຍັງສັນຍາວ່າ ຈະໃຫ້ຄວາມຮ່ວມມືກັບ ສ.ອາເມຣິກາ ແລະ ປະເທດອື່ນໆ ທີ່ຕ້ານໄພຄຸກຄາມລະຫວ່າງປະເທດ.

ເພື່ອໃຫ້ມີງົບປະມານພຽງພໍ ລັດຖະບານຍີ່ປຸ່ນຈະເພີ່ມພາສີຢາສູບ ບໍລິສັດ ແລະ ພາສີທີ່ໄດ້ຈາກການຟື້ນຟູໄພພິບັດ.

ແຫຼ່ງຂ່າວຈາກ ຣອຍເຕີ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...