Homeຂ່າວຢາເສບຕິດ7 ຈໍາເລີຍ ໃນຂໍ້ຫາຢາເສບຕິດ ຖືກສານອຸດົມໄຊ ຕັດສິນລົງໂທດ

7 ຈໍາເລີຍ ໃນຂໍ້ຫາຢາເສບຕິດ ຖືກສານອຸດົມໄຊ ຕັດສິນລົງໂທດ

Published on

ວັນທີ 24 ພະຈິກ 2022, ຄະນະສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ພ້ອມດ້ວຍອົງການໄອຍາການປະຊາຊົນແຂວງ ໄດ້ພິຈາລະນາຕັດສິນລົງໂທດ ຈຳເລີຍ 7 ຄົນ ໃນຂໍ້ຫາຄ້າຂາຍ ແລະ ມີຢາເສບຕິດໄວ້ໃນຄອບຄອງ.
ຈຳເລີນປະກອບມີ:

1. ນາງ ຈໍເລົາ ອາຍຸ 41 ປີ, ປະຊາຊົນຢູ່ບ້ານໜອງບົວແດງ ເມືອງຮຸນ ແຂວງອຸດົມໄຊ ຖືກກັກຕົວວັນທີ 3 ມີຖຸນາ 2022 ຂໍ້ຫາຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ຄອບຄອງ 1 ຖົງ, ມີ 189 ເມັດ ນໍ້າໜັກ 17,9 ກຼາມ;
2. ທ້າວ ເປງ ອາຍຸ 41 ປີ, ວາງງານ ບ້ານໄລ່ໃຫຍ່, ເມືອງແບງ ແຂວງອຸດົມໄຊ ຖືກກັກຕົວວັນທີ 5 ຕຸລາ 2021 ຂໍ້ຫາມີຢາບ້າໄວ້ໃນຄອບຄອງ 60 ເມັດ ນໍ້າໜັກ 6 ກຼາມ;
3. ທ້າວ ເພັດ ອາຍຸ 28 ປີ, ວາງງານ ບ້ານໂພແກ້ວ ເມືອງແບງ ແຂວງອຸດົມໄຊ ຖືກກັກຕົວວັນທີ 12 ຕຸລາ 2021 ຂໍ້ຫາຄ້າຂາຍຢາບ້າໄວ້ໃນຄອບຄອງ 52 ເມັດ ໜັກ 5,3 ກຼາມ;
4. ນາງ ມອນ ອາຍຸ 40 ປີ, ຢູ່ບ້ານຫ້ວຍຊານ, ເມືອງງາ ແຂວງອຸດົມໄຊ ຖືກກັກຕົວວັນທີ 26 ເມສາ 2022 ຂໍ້ຫາຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ 91 ເມັດ ນໍ້າໜັກ 7,9 ກຼາມ;
5. ທ້າວ ຄືນ ອາຍຸ 22 ປີ, ຢູ່ບ້ານຕົງປຼາງ ເມືອງໄຊ ແຂວງອຸດົມໄຊ ຖືກກັກຕົວວັນທີ 13 ພະຈິກ 2022 ຂໍ້ຫາຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ 1 ຖົງ, ມີ 200 ເມັດ ນໍ້າໜັກ 20 ກຼາມ;
6. ທ້າວ ເພັດ ວົງມະນີ ອາຍຸ 26 ປີ, ຢູ່ບ້ານໂຮມໄຊຄໍາ ເມືອງແບງ ແຂວງອຸດົມໄຊ ຖືກກັກຕົວວັນທີ 21 ເມສາ 2022 ຂໍ້ຫາຄ້າຂາຍຢາບ້າຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ 52 ເມັດ ນໍ້າໜັກ 5,3 ກຼາມ ພ້ອມທັງຮິບຢາບ້າທັງໝົດມາທໍາລາຍຖິ້ມ.
ຜ່ານຂະບວນການດຳເນີນການສືບສວນ-ສອບສວນຂອງເຈົ້າໜ້າທີ ແລະ ຂໍ້ມູນຫຼັກຖານທີ່ມີຢູ່ໃນສຳນວນຄະດີ ສານຂັ້ນຕົ້ນແຂວງອຸດົມໄຊ ໄດ້ພິຈາລະນາລົງໂທດຕັດອິດສະຫຼະພາບ 6 ຈໍາເລີຍ ຮັບໂທດທາງອາຍາໃຫ້ຈໍາຄຸກຄົນລະ 5 ປີ, ປັບໄໝຜູ້ລະ 10.000.000 ກີບ ແລະ ຮິບຢາເສບຕິດຈໍານວນດັ່ງກ່າວມາທຳລາຍຖິ້ມ.

7. ຈຳເລີຍຊື່: ທ້າວ ລີອ່ອນ ປະຊາຊົນບ້ານຈັນໄຕ, ເມືອງຮຸນ, ແຂວງອຸດົມໄຊ, ຖືກກັກຕົວວັນທີ 6 ເມສາ 2022 ຂໍ້ຫາມີຢາບ້າໄວ້ໃນຄອບຄອງ 976 ເມັດ, ນໍ້າໜັກ 90,5 ກຼາມ ຖືກຕັດອິດສາລະພາບຈໍາຄຸກ 6 ປີ ແລະ ປັບໃໝ່ 12.000.000 ກີບ, ຮິບເງິນຈໍານວນ 200.000 ກີບ ແລະ ລົດຈັກຍີ່ຫໍ້ HONDAWAVE ສີດໍາ-ເທົາ ໝາຍເລກທະບຽນ ອຸດົມໄຊ ຈຈ 2302 ຂອງຈໍາເລີຍທີ່ມີສ່ວນກ່ຽວຂ້ອງກັບລາຍຄະດີມາເປັນຂອງລັດ.
ຂ່າວ: ປກສ ແຂວງອຸດົມໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...