spot_img
Homeຂ່າວຕ່າງປະເທດປະທານາທິບໍດີອາຟຣິກາໃຕ້ ຖືກກ່າວຫາຄະດີ ສໍ້ລາດບັງຫຼວງ

ປະທານາທິບໍດີອາຟຣິກາໃຕ້ ຖືກກ່າວຫາຄະດີ ສໍ້ລາດບັງຫຼວງ

Published on

ປະທານາທິບໍດີອາຟຣິກາໃຕ້ Cyril Ramaposa ກໍາລັງປະເຊີນບັນຫາທາງດ້ານການເມືອງແລະຖືກກົດດັນໃຫ້ລາອອກ. ຫຼັງ​ຈາກ​ຖືກ​ກ່າວ​ຫາ​ວ່າ​ໄດ້​ເຊື່ອງ​ເງິນ​ຫຼາຍ​ລ້ານ​ໂດ​ລາ​ຢູ່​ທີ່​ບ້ານ​ໄຮ່​ລ່າ​ສັດ​ຂອງຕົນ.

 

ນັບໄດ້ວ່າເປັນເລື່ອງທີ່ສັ່ນ​ສະ​ເທືອ​ນຕຳແໜ່ງຂອງ​ທ່ານ Ramaposa ​ໄວ 70 ປີ ​ທີ່ໄດ້​ເຂົ້າ​ມາ​ດຳ​ເນີນ​ງານ​ໃນ​ປະ​ເທດ​ດ້ວຍ​ພາບລັກ “ປາບປາມການສໍ້ລາດບັງຫຼວງ” ຖືກເປີດເຜີຍເມື່ອເດືອນມິຖຸນາທີ່ຜ່ານມາ. ໂດຍທ່ານ Arthur Fraser ອະດີດຫົວໜ້າສຳນັກງານຄວາມໝັ້ນຄົງແຫ່ງລັດ ຮ້ອງຮຽນຕໍ່ທ່ານ Ramaphosa ໃນຂໍ້ຫາປິດບັງການອາດຊະຍາກຳ ແລະ ສໍ້ລາດບັງຫຼວງ. ເຊິ່ງທ່ານ Fraser ອ້າງວ່າລາວມີຫຼັກຖານວ່າໃນວັນທີ 9 ກຸມພາ 2020, ໄດ້ມີເຫດການການລັກເງິນສົດ 4 ລ້ານໂດລາສະຫະລັດຈາກຟາມລ່າສັດ ພາລາ ພາລາ ຂອງປະທານາທິບໍດີ Cyril Ramaposa ທີ່ຕັ້ງຢູ່ໃນແຂວງ Limpopo ໃນພາກເຫນືອຂອງອາຟຣິກາໃຕ້.

ທ່ານ Fraser ​ໄດ້​ກ່າວ​ຫາ​ປະທານາທິບໍດີ Ramaposa ວ່າ​ໄດ້​ເຊື່ອງ​ເງິນ​ໄວ້​ໃຕ້​ບ່ອນ​ນັ່ງ​ໂຊຟາ, ຕໍ່ມາເງິນນີ້ຖືກລັກ ແຕ່ທ່ານ Ramaposa ບໍ່ໄດ້ແຈ້ງໃຫ້ຕຳຫຼວດຊາບ. ນອກຈາກ​ນີ້, ພາຍຫຼັງ​ເກີດ​ເຫດຍັງໄດ້ສັ່ງ​ຄົນ​ໃຫ້​ຈັບ​ຕົວ​ຜູ້​ຕ້ອງ​ສົງ​ໄສ ພ້ອມ​ກັບ​ການ​ຈ່າຍ​ສິນ​ບົນ​ເພື່ອ​ປົກປິກບໍ່ໃຫ້ໃຜຮູ້ເລື່ອງນີ້, ຫຼັງ​ຈາກ​ການ​ແຈ້ງຄວາມຂອງທ່ານ Fraser​ ໄດ້ມີການຕັ້ງຄະນະ​ກຳມະການ​ສືບສວນ​ອິດສະລະຂຶ້ນ, ​ໂດຍ​ອະດີດ​ຜູ້​ພິພາກສາ​ສານ​ສູງ​ສຸດ​ເປັນ​ປະທານ. ໃນການສືບສວນຂອງຕົນວ່າ ມີ​ບັນ​ຫາ​ທີ່​ໜ້າ​ສົງ​ໄສ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ຕ້ອງ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ.

ທ່ານ Ramaposa, ຜູ້​ທີ່​ລົງ​ແຂ່ງ​ຂັນ​ເປັນ​ຜູ້ນຳ​ສະພາ​ແຫ່ງ​ຊາດ​ອາ​ຟຣິກາ (ANC) ​ໃນ​ວັນ​ທີ 16 ທັນວາ​ນີ້, ​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ດັ່ງກ່າວ. ​ແລະ​ຢືນຢັນ​ວ່າ​ຈະ​ດຳລົງແຂ່ງຂັນຊິງ​ຕຳ​ແໜ່​ງ​ເປັນ​ຜູ້ນຳ​ພັກ​ອີກ​ສະ​ໄໝ​ໜຶ່ງ.

ສຳລັບທ່ານ Ramaposa ເປັນຄົນໃກ້ຊິດຂອງທ່ານ Nelson Mandela, ປະທານາທິບໍດີຄົນຜິວດຳຄົນທຳອິດຂອງອາຟຣິກາໃຕ້ ແລະ ເປັນຜູ້ນຳທີ່ຍິ່ງໃຫຍ່ທີ່ສຸດໃນໂລກ. ນັບຕັ້ງແຕ່ປີ 1970, ທ່ານ Ramaposa ໄດ້ມີບົດບາດສໍາຄັນໃນການຕໍ່ຕ້ານການແບ່ງແຍກເຊື້ອຊາດ.

ໂດຍໄດ້​ຮັບ​ເລືອກ​ຕັ້ງດ້ວຍຄະແນນສຽງຈາກ​ລັດຖະສະພາ​ໃຫ້​ເປັນ​ຜູ້ນຳ​ປະ​ເທດ. ຫຼັງຈາກພັກ ANC ໄດ້ຊະນະການເລືອກຕັ້ງໃນວັນທີ 8 ພຶດສະພາ 2019.

 

 

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...