spot_img
Homeຂ່າວລົດໄຟລາວ-ຈີນພິທີ ສະຫຼຸບຜົນງານການເປີດນໍາໃຊ້ທາງລົດໄຟລາວ-ຈີນ ຄົບຮອບ 1 ປີ

ພິທີ ສະຫຼຸບຜົນງານການເປີດນໍາໃຊ້ທາງລົດໄຟລາວ-ຈີນ ຄົບຮອບ 1 ປີ

Published on

ໃນວັນທີ 3 ທັນວາ 2022 ຜ່ານມາ, ລັດຖະບານລາວໄດ້ຈັດພິທີ ສະຫຼຸບຜົນງານການເປີດນໍາໃຊ້ທາງລົດໄຟລາວ-ຈີນ ຄົບຮອບ 1 ປີ, ທ່ານ ສອນໄຊ ສີພັນດອນ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີລາວໄດ້ກ່າວໃນພິທີດັ່ງກ່າວວ່າ: ເສັ້ນທາງລົດໄຟລາວ-ຈີນ ໄດ້ກາຍເປັນຄວາມພາກພູມໃຈຂອງປະຊາຊົນລາວ ແລະ ປະເທດລາວ.

ນັບແຕ່ເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນເປັນເວລາ 1 ປີເປັນຕົ້ນມາ, ໂດຍຜ່ານການດໍາເນີນທຸລະກິດທີ່ມີປະລິມານຫຼາຍ ແລະ ຜ່ານການທົດສອບໜັກໜ່ວງຈາກສະພາບແວດລ້ອມພາຍນອກ, ຈິ່ງໄດ້ສະແດງໃຫ້ເຫັນຄຸນນະພາບການກໍ່ສ້າງ ແລະ ມາດຕະຖານຈີນ, ໄດ້ສະແດງໃຫ້ເຫັນເຖິງປະສິດທິພາບຂອງການຄຸ້ມຄອງທາງລົດໄຟຈີນ.

ການເປີດນໍາໃຊ້ ແລະ ດໍາເນີນທຸລະກິດບໍລິການຂອງທາງລົດໄຟລາວ-ຈີນ, ມັນໄດ້ປ່ຽນໂສມໜ້າໃຫມ່ຂອງການຄົມມະນາຄົມຂົນສົ່ງຂອງ ສປປ ລາວ, ສາມາດບັນລຸຄວາມມຸ່ງມາດປາຖະໜາ ໃນການ “ຫັນຈາກ
ປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມຕໍ່” ຂອງລາວ, ໄດ້ເປີດສັງກາດໃໝ່ແຫ່ງການຂົນສົ່ງທາງລົດໄຟລາວ-ຈີນ. ໄລຍະທາງເສັ້ນທາງລົດໄຟສະເລ່ຍຕໍ່ຫົວຄົນຂອງລາວໄດ້ຈາກອັນດັບສຸດທ້າຍຂຶ້ນເປັນອັນດັບ 28 ໃນຈໍານວນ 149 ປະເທດ ໃນໂລກທີ່ມີເສັ້ນທາງລົດໄຟ ແລະ ເປັນອັນດັບ 1 ຂອງອາຊຽນ, ກາຍເປັນຈຸດເຊື່ອມຕໍ່ດ້ານຄົມມະນາຄົມຂົນສົ່ງທີ່ສໍາຄັນຂອງແຫຼມອິນດູຈີນ.

ທ່ານ ສອນໄຊ ສີພັນດອນ ຍັງໄດ້ກ່າວຕື່ມອີກວ່າ: ໃນໄລຍະເວລາ 1 ປີ ທີ່ເປີດນໍາໃຊ້ ແລະ ດໍາເນີນທຸລະກິດຂອງທາງລົດໄຟລາວ-ຈີນ, ມັນເປັນທັງຂອດສໍາຄັນ ທັງເປັນຈຸດເລີ່ມຕົ້ນໃໝ່. ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານລາວຈະ ສືບຕໍ່ສະໜັບສະໜູນບັນດາວຽກງານຂອງບໍລິສັດທາງລົດໄຟລາວ-ຈີນ, ເພີ່ມທະວີການຮ່ວມມື, ດໍາເນີນການ​ປົກປັກຮັກສາ, ດໍາເນີນທຸລະກິດ ແລະ ພັດທະນາເສັ້ນທາງລົດໄຟລາວ-ຈີນ ໃຫ້ໄດ້ດີ, ນໍາເອົາຜົນປະໂຫຍດທີ່ແທ້ຈິງ ແລະ ນໍາເອົາຄວາມຮັ່ງມີມາສູ່ປະຊາຊົນສອງປະເທດ, ປະກອບສ່ວນສໍາຄັນໃໝ່ເຂົ້າໃນການສ້າງຄູ່ຮ່ວມຊະຕາກໍາລາວ-ຈີນ!

ໃນພິທີດັ່ງກ່າວ, ບໍລິສັດເສັ້ນທາງລົດໄຟລາວ-ຈີນໄດ້ນຳສະເໜີການບໍລິການໃໝ່ສອງຢ່າງ, ເພື່ອຊ່ວຍຍົກລະດັບການບໍລິການຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າຂອງເສັ້ນທາງລົດໄຟລາວ-ຈີນໃຫ້ສູງກວ່າເກົ່າ. ໃນນັ້ນ, “LCR ticket APP” ສາມາດໂຫຼດໃນຮ້ານandroid, ກວດຫາຂໍ້ມູນສະຖານີລົດໄຟ. ໃນທ້າຍເດືອນທັນວາປີນີ້, ສາມາດໂຫຼດໃນຮ້ານແອເປິນ, ທັງສາມາຊື້ປີ້ຜ່ານທາງອິນເຕີເນັດໄດ້. ການບໍລິການໃໝ່ດ້ານການຂົນສົ່ງສິນຄ້າ ຄື “ປີ້ດຽວສຳລັບການຂົນສົ່ງທາງລົດໄຟແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຄືໃຊ້ໃບຂົນສົ່ງທາງລົດໄຟສາກົນ ຫຼື ໃບຂົນສົ່ງແບບປະສົມຫຼາຍຮູບການ, ໃຊ້ຫຼາຍຮູບການເພື່ອຂົນສົ່ງສິນຄ້າຂ້າມຊາດດ້ວຍປີ້ດຽວ, ປະສານງານບັນດາຂອດທີ່ກ່ຽວຂ້ອງກັບການຂົນສົ່ງສິນຄ້າຂອງຂະບວນລົດໄຟສາກົນ, ຊຸກຍູ້ການຂົນສົ່ງສິນຄ້າລະຫວ່າງສອງປະເທດລາວ-ຈີນ.

ຕາມຂ່າວແຈ້ງໃຫ້ຮູ້ວ່າ, ນັບມາຮອດວັນທີ 3 ທັນວາປີ 2022, ເສັ້ນທາງລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານ 8,5 ລ້ານເທື່ອຄົນ, ຂົນສົ່ງສິນຄ້າ 11,2 ລ້ານໂຕນ, ບົດບາດທີ່ເປັນເສັ້ນທາງຄຳພົ້ນເດັ່ນຂຶ້ນ, ກາຍເປັນຜະລິດຕະພັນສາທາລະນະສາກົນ ແລະ ເວທີຮ່ວມມືສາກົນທີ່ໄດ້ຮັບຄວາມນິຍົມຊົມຊອບຢ່າງຫຼວງຫຼາຍ.

ແຫຼ່ງຂ່າວ: CRI

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...