Homeຂ່າວພາຍ​ໃນທ່ານ ທອງລຸນ ສີສຸລິດ ເດີນທາງຢ້ຽມ ຢາມລັດຖະກິດ ຢູ່ ສປ ຈີນ

ທ່ານ ທອງລຸນ ສີສຸລິດ ເດີນທາງຢ້ຽມ ຢາມລັດຖະກິດ ຢູ່ ສປ ຈີນ

Published on

ໃນຕອນເຊົ້າວັນທີ 29 ພະຈິກ 2022 ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ສີ ຈິ້ນຜິງ ເລຂາ ທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດຖະບານລາວ ໄດ້ເດີນທາງໄປຢ້ຽມ ຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນຈີນ ແຕ່ວັນທີ 29 ພະ ຈິກ-01 ທັນວາ 2022 ເພື່ອຮັດແໜ້ນສາຍພົວພັນ ມິດຕະ ພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະ ສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການສ້າງເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ໃຫ້ກ້າວເຂົ້າສູ່ລວງເລິກກວ່າເກົ່າ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຈີນ.

ສະຫາຍ ທອງລຸນ ສີສຸລິດ ພ້ອມຄະນະໄດ້ເດີນທາງມາຮອດສະໜາມບິນ ສາກົນ ປັກກິງ ໂດຍມີສະຫາຍ ຫລິວ ຈ້ຽນຊາວ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ ເຊິ່ງພິທີຕ້ອນຮັບທາງການແມ່ນຈະຈັດຂຶ້ນໃນວັນທີ 30 ພະຈິກ 2022.

ໃນລະຫວ່າງການເຄື່ອນໄຫວຢ້ຽມຢາມ ລັດຖະກິດຢູ່ ສປ ຈີນ, ສະຫາຍ ທອງລຸນ ສີສຸລິດ ພ້ອມຄະນະ ຈະໄດ້ເຂົ້າພົບປະສອງຝ່າຍ ກັບ ສະຫາຍ ສີ ຈີ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະ ເທດແຫ່ງ ສປ ຈີນ, ພົບປະກັບ ສະຫາຍ ຫລີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ພົບປະກັບສະຫາຍ ຫລີ ຈ້ານຊູ ປະທານສະພາປະຊາຊົນ ທົ່ວປະເທດຈີນ ຢູ່ຫໍສະພາສະພາປະຊາຊົນຈີນ, ເຂົ້າຮ່ວມຢ້ຽມຊົມການວາງສະ ແດງເອກະສານຮ່ວມມື ແລະ ຢ້ຽມຢາມສະຖານທີ່ສຳຄັນອື່ນໆ ອີກຈໍານວນໜຶ່ງ.

ແຫຼ່ງຂ່າວ Lao National Radio

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...