spot_img
Homeຂ່າວພາຍ​ໃນປກສ ເມືອງທ່າພະບາດ ຈັບໂຈນລັກເຫຼັກເສົາໄຟຟ້າແຮງສູງໄດ້ 3 ຄົນ

ປກສ ເມືອງທ່າພະບາດ ຈັບໂຈນລັກເຫຼັກເສົາໄຟຟ້າແຮງສູງໄດ້ 3 ຄົນ

Published on

ວັນທີ 25 ພະຈິກ 2022, ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງ ທ່າພະບາດ ແຂວງບໍລິຄໍາໄຊ ໄດ້ສົມທັບກັບ ພະແນກລະບົບສາຍສົ່ງພາກກາງ 2 ລົງກວດກາ ແລະ ເຮັດແຜນປະກອບຄືນຄະດີລັກເຫຼັກ ແລະ ນ໋ອດ ເສົາໄຟຟ້າແຮງສູງ 115 ກິໂລວັດ ແລວທ່າບົກ-ປາກຊັນ ຕັ້ງຢູ່ເຂດບ້ານ ໂພສະຫວັນ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ທີ່ໄດ້ຄົນບໍ່ດີລັກເອົາໄປ ລວມມູນຄ່າເສຍຫາຍ 200 ລ້ານກວ່າກີບ. ເຫດການດັ່ງກ່າວ, ເຈົ້າໜ້າທີ່ສາມາດກັກຕົວຜູ້ຖືກຫາໄດ້ 3 ຄົນມາດໍາເນີນຄະດີ ແລະ ໃຊ້ແທນຄ່າເສຍຫາຍ ຕາມລະບຽບກົດໝາຍ.

ປະຈຸບັນ ເຖິງແມ່ນວ່າ ບາງຄົນ, ບາງກຸ່ມແກ້ງ ໄດ້ຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ, ຖືກປັບໃໝໃສ່ໂທດ ແຕ່ວ່າບັນຫາດັ່ງກ່າວ, ຍັງເກີດຂື້ນຢ່າງຕໍ່ເນື່ອງ. ສະນັ້ນ, ເຈົ້າໜ້າທີ່ຈິ່ງຮຽກຮ້ອງມາຍັງ ອົງການຈັດຕັ້ງຂັ້ນຕ່າງໆ, ອໍານາດການຈັດຕັ້ງທຸກບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ, ຈົ່ງຊ່ວຍກັນເປັນຫູເປັນຕາໃຫ້ແກ່ເຈົ້າໜ້າທີ່, ໃຫ້ທາງພາກລັດ-ເອກະຊົນ, ຖ້າຫາກພົບເຫັນບຸກຄົນ ຫຼື ກຸ່ມຄົນໃດທີ່ມີການປະພຶດເຄື່ອນໄຫວການກະທໍາຜິດ, ກໍ່ເຫດລັກຊັບ ຫຼື ອື່ນໆທີ່ຜິດຕໍ່ລະບຽບກົດໝາຍ ກໍ່ໃຫ້ຮິບຮ້ອນລາຍງານຕໍ່ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງໂດຍດ່ວນ, ເພື່ອພ້ອມກັນຕ້ານ, ສະກັດກັ້ນ ແລະ ແກ້ໄຂໃຫ້ທັນສະພາບການ ແນ່ໃສ່ປົກປັກຮັກສາຊັບສີນຂອງລັດ, ຂອງລວມໝູ່ ແລະ ຂອງພໍ່ແມ່ປະຊາຊົນບັນດາເຜົ່າ.

ສໍາລັບບຸກຄົນໃດທີ່ໄດ້ເຄື່ອນໄຫວກະທໍາຜິດ, ເຄື່ອນໄຫວລັກຊັບ ກໍຂໍໃຫ້ຢຸດເຊົາ, ຫັນມາປະກອບອາຊີບທໍາຫາກີນຢ່າງຊື່ສັດສຸດຈະລິດ, ບໍ່ເຮັດຜິດຕໍ່ລະບຽບກົດໝາຍ. ເພາະຖ້າຫາກ ບໍ່ຢຸດເຊົາ ຫຼື ຍັງສືບຕໍ່ເຄື່ອນໄຫວກະທໍາຜິດຕໍ່ລະບຽບກົດໝາຍ, ເມື່ອເຈົ້າໜ້າທີ່ຈັບໄດ້ໄລ່ທັນກໍ່ຈະຖືກຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ ຢ່າງແນ່ນອນ.

ພາບ-ຂ່າວ: ປກສ ບໍລິຄຳໄຊ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...