spot_img
Homeຂ່າວກິລາ“ໂພທິວຸດ” ຄວ້າ 2 ຫຼຽນຄຳ ໃຫ້ຊຽງຂວາງ ເຈົ້າພາບ ງານກິລາແຫ່ງຊາດ

“ໂພທິວຸດ” ຄວ້າ 2 ຫຼຽນຄຳ ໃຫ້ຊຽງຂວາງ ເຈົ້າພາບ ງານກິລາແຫ່ງຊາດ

Published on

ທ້າວ ໂພທິວຸດ ໄຊຍະສອນ ເງືອກໜຸ່ມນໍ້າງໍ້າ ນັກກິລາລອຍນໍ້າຕົວແທນຈາກ ແຂວງຊຽງຂວາງ ສາມາດທຳສະຖິຕິໃນການລອຍດ້ວຍເວລາ 2 ນາທີ ກັບ 18 ວິນາທີ ເຂົ້າເສັ້ນໄຊເປັນອັນດັບທີ 1 ຄວ້າຫຼຽນຄຳ ເຖິງສອງລາຍການ ປະເພດລອຍທ່າທໍາມະດາ 200 ແມັດຊາຍ ແລະ ລອຍທ່າແມງກະເບື້ອ 100 ແມັດຊາຍ ສ້າງປະຫວັດສາດໜ້າໃໝ່ໃຫ້ທັບນັກກິລາແຂວງຊຽງຂວາງ ແລະ ຕົນເອງ ໃນການແຂ່ງຂັນກິລາລອຍນໍ້າ ງານມະຫາກິລາແຫ່ງຊາດ ຄັ້ງທີ 11 ຫຼື “ຊຽງຂວາງ ເກມ” ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ.

ເມື່ອລະຫວ່າງວັນທີ 19-20 ພະຈິກ 2022 ທີ່ສະໜາມກິລາລອຍນໍ້າແຫ່ງຊາດ (ຫຼັກ16) ໄດ້ມີການແຂ່ງຂັນກິລາລອຍນໍ້າ “ຊຽງຂວາງ ເກມ” ໂດຍສະເພາະມື້ທີສອງທີ່ມີການຊີງໄຊທັງໝົດ 7 ຫຼຽນຄໍາ, ໃນນັ້ນສຳລັບລາຍການທີ່ໜ້າສົນໃຈເປັນການແຂ່ງຂັນປະເພດລອຍທ່າທໍາມະດາ 200 ແມັດຊາຍ ຮອບຊີງຊະນະເລີດ ຊຶ່ງມີນັກກິລາ 6 ຄົນເຂົ້າຮ່ວມລົງຊີງໄຊ, ໃນນັ້ນ ກໍມີແຂວງຫຼວງພະບາງ 2 ຄົນ, ສະຫວັນນະເຂດ 1 ຄົນ, ຈໍາປາສັກ 1 ຄົນ, ນະຄອນຫຼວງວຽງຈັນ 1 ຄົນ ແລະ ເຈົ້າພາບ ແຂວງຊຽງຂວາງ 1 ຄົນ ກໍຄື ທ້າວ ໂພທິວຸດ ໄຊຍະສອນ ເງືອກໜຸ່ມນໍ້າງໍ້າໄຟແຮງ ທີ່ເປັນດາວຮຸ່ງກຳລັງມາແຮງດີກຣີທີມຊາດລາວ ທີ່ຫາກໍເຂົ້າຮ່ວມ ຮ່າໂນ່ຍ ເກມ ທີ່ສສ ຫວຽດນາມ ມາໃໝ່ໆໝາດໆ ລົງສະຮ່ວມຊີງໄຊໃນລາຍການດັ່ງກ່າວ ແລະ ໂພທິວຸດ ໄຊຍະສອນ ກໍເຮັດໃຫ້ຊາວເມືອງວິລະຊົນບໍ່ຜິດຫວັງສາມາດລອຍທຳສະຖິຕິໃໝ່ເຂົ້າເສັ້ນໄຊດ້ວຍເວລາ 2 ນາທີ ກັບ 18 ວິນາທີ ຄວ້າຫຼຽນຄຳທີ 2 ສ້າງປະຫວັດສາດໜ້າໃໝ່ໃຫ້ທັບນັກກິລາແຂວງຊຽງຂວາງ ແລະ ຕົນເອງ ໃນງານມະຫາກິລາແຫ່ງຊາດ ຄັ້ງທີ 11 ຢ່າງເປັນທາງການ.

ສ່ວນຫຼຽນເງິນຕົກເປັນຂອງ ທ້າວ ສຸກວິໄຊ ຄໍາມະນີວົງ ຈາກແຂວງຈໍາປາສັກ ເຂົ້າເສັ້ນໄຊດ້ວຍເວລາ 2 ນາທີ 37 ວິນາທີ ແລະ ຫຼຽນທອງເປັນຂອງ ທ້າວ ທັດສະນະສິດ ພູສະຫວັນ ດ້ວຍເວລາ 2 ນາທີໆ 41 ວິນາທີ. ຂະນະທີ່ ຫຼຽນຄໍາອີກ 6 ລາຍການທີ່ມີການແຂ່ງຂັນໃນວັນດັ່ງກ່າວປະກົດວ່າ: ປະເພດລອຍທ່າຫງາຍ 200 ແມັດຊາຍ ຫຼຽນຄໍາເປັນຂອງ ທ້າວ ອານຸສອນ ອ່ອນທິລັງສີ ຈາກແຂວງຈໍາປາສັກ, ລອຍທ່າຫງາຍ 100 ແມັດຍິງ ຫຼຽນຄໍາເປັນຂອງ ນາງ ທິບທິດາ ຈັນທາ ຈາກແຂວງຈໍາປາສັກ, ລອຍດ່ຽວປະສົມ 4×50 ແມັດຊາຍ ຫຼຽນຄໍາເປັນຂອງ ທ້າວ ພູມບັນດິດ ແກ້ວປະເສີິດ ຈາກແຂວງຈໍາປາສັກ, ລອຍດ່ຽວປະສົມ 4×50 ແມັດຍິງ ຫຼຽນຄໍາເປັນຂອງ ນາງ ກາບີແອນລາ ສີສຸລາດ ຈາກແຂວງຫຼວງພະບາງ, ລອຍທ່າແມງກະເບື້ອ 50 ແມັດຊາຍ ຫຼຽນຄໍາເປັນຂອງ ທ້າວ ຊະລາວາ ສີຫານຸວົງ ຈາກແຂວງສະຫວັນນະເຂດ ແລະ ລອຍແມງກະເບື້ອ 50 ແມັດຍິງ ຫຼຽນຄໍາເປັນຂອງ ນາງ ສຸທາດາ ດາວີໂອ ຈາກແຂວງຊຽງຂວາງ

ຂະນະທີ່ຜົນການແຂ່ງຂັນລອຍນໍ້າ ຮອບຊີງຫຼຽນຄຳ ໃນມື້ທຳອິດ ຜົນປະກົດວ່າ: ລອຍທ່າກົບ 100 ແມັດຊາຍ ຫຼຽນຄຳ ເປັນຂອງ ທ້າວ ວິລະພົງ ສີຫາວົງ ນະຄອນຫຼວງວຽງຈັນ, ລອຍທ່າກົບ 100 ແມັດຍິງ ຫຼຽນຄຳ ເປັນຂອງນາງ ຕາມສີລິ ນິຍົມໄຊ ແຂວງສະຫວັນນະເຂດ, ລອຍທ່າທຳມະດາ 400 ແມັດຊາຍ ຫຼຽນຄຳ ທ້າວ ພິໄຊຍະເດດ ທີຣະກຸນ ແຂວງຫຼວງພະບາງ, ລອຍທ່າທຳມະດາ 800 ແມັດຍິງ ຫຼຽນຄຳ ເປັນຂອງ ນາງ ຈັນທະຈອນ ຈັນທະແສງ ແຂວງສະຫວັນນະເຂດ, ລອຍທ່າທຳມະດາ 400 ແມັດ ຫຼຽນຄຳ ເປັນຂອງ ທ້າວ ສຸກວິໄຊ ຄຳມະນິວົງ ຈາກແຂວງຈຳປາສັກ, ລອຍທ່າແມງກາເບື້ອ 100 ແມັດຍິງ ຫຼຽນຄຳ ເປັນຂອງ ນາງ ທິບທິດາ ຈັນທາ ແຂວງຈຳປາສັກ ແລະ ລອຍທ່າແມງກາເບື້ອ 100 ແມັດຊາຍ ຫຼຽນຄຳ ເປັນຂອງທ້າວ ໂພທິວຸດ ໄຊຍະສອນ ຈາກແຂວງຊຽງຂວາງ.

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...