spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ພາສີພະແນກ ພສປ ກວດກາ-ດຳເນີນມາດຕະການ ຕໍ່ຜູ້ກະທຳຜິດເຄື່ອນຍ້າຍນໍ້າມັນເຊື້ອໄຟບໍ່ຖືກຕ້ອງ

ເຈົ້າໜ້າທີ່ພາສີພະແນກ ພສປ ກວດກາ-ດຳເນີນມາດຕະການ ຕໍ່ຜູ້ກະທຳຜິດເຄື່ອນຍ້າຍນໍ້າມັນເຊື້ອໄຟບໍ່ຖືກຕ້ອງ

Published on

ໃນເວລາ 23:00 ໂມງຂອງວັນທີ 15 ພະຈິກ 2022 ນີ້ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພະແນກ ພສປ) ປະຈຳຈຸດປະສານງານດານຊີ ເມືອງນາຊາຍທອງ ແລະ ຈຸດປະສານງານ ບ້ານໃໝ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ສົມທົບກັບຂະແໜງກວດກາ ແລະ ສືບສວນ-ສອບສວນ ຂອງພະແນກ ພສປ ກົມພາສີ ກະຊວງການເງິນ.

ໂດຍໄດ້ຮັບຂ່າວຈາກພົນລະເມືອງດີວ່າ: ຈະມີການລັກລອບສິນຄ້າໜີພາສີຕາມເສັ້ນທາງ 13 ເໜືອ, ຈຶ່ງໄດ້ອອກຕິດຕາມກວດກາປະເພດລົດສິນຄ້ານໍ້າມັນເຊື້ອໄຟຈຳນວນ 2 ຄັນ.

ຜ່ານການກວດກາຕົວຈິງເຫັນວ່າ: ເປັນປະເພດສິນຄ້ານ້ຳມັນເຊື້ອໄຟເຄື່ອນຍ້າຍບໍ່ຖືກຕ້ອງ (ປະເພດນໍ້າມັນ ກາຊວນ ຈໍານວນ 3.000 ລິດ ແລະ ນໍ້າມັນແອັດຊັງ ຈໍານວນ 4.000 ລິດ, ຊຶ່ງໄດ້ດຳເນີນຂັ້ນຕອນສືບສວນ-ສອບສວນ ແລະ ອາຍັດພາຫະນະດັ່ງກ່າວ, ເພື່ອດຳເນີນການແກ້ໄຂຄະດີຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການ.

ແຫຼ່ງຂ່າວຈາກ ກະຊວງການເງິນ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...