ກວດກາສ້າງເສັ້ນທາງຍຸດທະສາດ ຫາດແດງ-ເວີນຄໍາ

0
926

ແຫລ່ງຂ່າວຈາກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພົນຈັດຕະວາ ກູດ ພົມມາ ຫົວໜ້າການທະຫານ ກອງບັນຊາການທະຫານໄຊຍະບູລີ ພ້ອມດ້ວຍທີມງານ ລົງຕິດຕາມ, ກວດກາໂຄງການກໍ່ສ້າງເສັ້ນທາງຍຸດທະສາດ ລຽບຕາມຊາຍແດນ ແຕ່ບ້ານຫາດແດງ-ບ້ານເວີນຄໍາ (ປາກເຫືອງ) ເມືອງແກ່ນທ້າວ ພາຍຫລັງລົງມືຈັດຕັ້ງປະຕິບັດມາແຕ່ມື້ເຊັນສັນຍາເປັນຕົ້ນມາ ເຊິ່ງປະກອບມີໜ້າ ວຽກສໍາຫລວດ-ອອກແບບກໍ່ສ້າງພາກສະໜາມຕົວຈິງ, ວຽກດິນ, ວຽກໜ້າທາງ ແລະ ວຽກລະບົບລະບາຍນໍ້າ ມາຮອດປັດຈຸບັນ ການກໍ່ສ້າງສຳເລັດແລ້ວ 99,60%.

ໂອກາດນີ້, ຫົວໜ້າຄະນະວິຊາການຄຸ້ມຄອງໂຄງການ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງເສັ້ນທາງຍຸດທະສາດ ລຽບຕາມຊາຍແດນ ແຕ່ບ້ານຫາດແດງ-ບ້ານເວີນຄໍາ (ປາກເຫືອງ) ເມືອງແກ່ນທ້າວ ເປັນໂຄງການຍົກລະດັບເສັ້ນທາງ ໂດຍແມ່ນກອງບັນຊາການທະຫານແຂວງໄຊຍະບູລີ ເປັນເຈົ້າຂອງໂຄງການ ຕາງໜ້າກະຊວງປ້ອງກັນປະເທດ ແລະ ບໍລິສັດ ລາຊາໂຊກ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ມູນຄ່າ 78 ຕື້ກີບ, ໄລຍະການກໍ່ສ້າງ 3 ປີ.

ພ້ອມນີ້, ທ່ານ ພົນຈັດຕະວາ ກູດ ພົມມາ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ອົງການປົກຄອງເມືອງ ແລະ ປະຊາຊົນ ທີ່ໄດ້ອໍານວຍຄວາມສະດວກໃຫ້ແກ່ບໍລິສັດ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບໍລິສັດ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະບັດໂຄງການດັ່ງກ່າວ, ພ້ອມທັງມີຄໍາເຫັນໃຫ້ບໍລິສັດ ສືບຕໍ່ວຽກລະບົບລະບາຍນໍ້າ ແລະ ວຽກອົງປະ ກອບຕົບແຕ່ງອື່ນໆ ໃຫ້ສໍາເລັດລື່ນແຜນ.

ທີ່ມາ: ຂປລ