spot_img
Homeຂ່າວພາຍ​ໃນກອງປະຊຸມຄົ້ນຄວ້າຫັນຫົວໜ່ວຍທຸລະກິດໃຫ້ແຂວງຄຸ້ມຄອງແນ່ໃສ່ກຸ້ມຕົນເອງດ້ານງົບປະມານ ໃນປີ 2023

ກອງປະຊຸມຄົ້ນຄວ້າຫັນຫົວໜ່ວຍທຸລະກິດໃຫ້ແຂວງຄຸ້ມຄອງແນ່ໃສ່ກຸ້ມຕົນເອງດ້ານງົບປະມານ ໃນປີ 2023

Published on

ໃນວັນທີ 10-11 ພະຈິກ 2022, ກະຊວງການເງິນໄດ້ຈັດກອງປະຊຸມຄົ້ນຄວ້າຫັນຫົວໜ່ວຍທຸລະກິດ ໃຫ້ແຂວງຄຸ້ມຄອງແນ່ໃສ່ສາມາດກຸ້ມຕົນເອງດ້ານງົບປະມານ ໃນປີ 2023, ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ. ຊຶ່ງມີບັນດາຫົວໜ້າພະແນກການເງິນ, ມີຕາງໜ້າຈາກສ່ວຍສາອາກອນປະຈຳ 8 ແຂວງຄື: ນະຄອນຫລວງວຽງຈັນ, ແຂວງຄໍາມ່ວນ, ສະຫວັນນະເຂດ, ບໍລິຄຳໄຊ, ອັດຕະປື, ຫຼວງນ້ຳທາ, ຫຼວງພະບາງ, ແຂວງໄຊຍະບູລີ ພ້ອມດ້ວຍຄະນະກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ກໍ່ແມ່ນເພື່ອເປັນການຮ່ວມກັນຄົ້ນຄວ້າ ຫາລືແລກປ່ຽນຄຳຄິດເຫັນ ຢ່າງກົງໄປກົງມາ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນແມ່ນໃຫ້ພະແນກການເງິນ 8 ແຂວງຄື: ແຂວງຫຼວງພະບາງ, ຫຼວງນໍ້າທາ, ໄຊຍະບູລີ, ບໍລິຄຳໄຊ, ສະຫວັນນະເຂດ, ຄໍາມ່ວນ, ອັດຕະປື ແລະ ເຊກອງ, ບັນກົມທີ່ກ່ຽວຂ້ອງ ຮ່ວມກັນແລກປ່ຽນຂໍ້ມູນ ໄລ່ລຽງ ບັນດາລາຍຮັບຕົວຈິງ ຈາກບັນດາຫົວໜ່ວຍທຸລະກິດທີ່ຕົນຄຸ້ມຄອງ ໃຫ້ແກ່ກົມກ່ຽວຂ້ອງ ເພື່ອພ້ອມກັນຄົ້ນຄວ້າ ແບ່ງປັນຫົວໜ່ວຍທຸລະກິດໃຫ້ແທດເໝາະກັບລາຍຈ່າຍຂອງແຂວງ ກໍລະນີແຂວງໃດທີ່ມີຊາຍແດນຕິດຈອດກັນ ມີພື້ນຖານຫົວໜ່ວຍທຸລະກິດທີ່ໃຫຍ່ ແມ່ນໃຫ້ຄົ້ນຄວ້າແບ່ງປັນຂໍ້ມູນລາຍຮັບແກ່ກັນຢ່າງລະອຽດ.

ອີກດ້ານໜຶ່ງຖ້າແຂວງໃດທີ່ມີທ່າແຮງ ມີລາຍຮັບເກີນດູນ ຫຼືຍັງຂາດດູນ ກໍໃຫ້ຮ່ວມການຄົ້ນຄວ້າ ແບ່ງປັນຫົວໜ່ວຍທຸລະກິດ ກໍຄື ແບ່ງປັນລາຍຮັບໃຫ້ມີຄວາມແທດເໝາະກັບລາຍຮັບຕົວຈິງຂອງແຂວງນັ້ນໆ ສ່ວນວິທີການຈັດຕັ້ງປະຕິບັດ ແລະ ຂໍ້ມູນລະອຽດແມ່ນໃຫ້ຄົ້ນຄວ້າຮ່ວມກັນຢ່າງເລິກເຊິ່ງ ໂດຍຖືເອົາການເບີກຈ່າຍເງິນເດືອນເປັນບຸລິມະສິດອັບດັບ 1 ຕາມທິດຂອງພັກ ແລະ ລັດວາງອອກ, ຕິດພັນກັບການສືບຕໍ່ຈັດຕັ້ງປະຕິບັດວຽກງານຫັນຫົວໜ່ວຍທຸລະກິດເຂົ້າລະບົບອາກອນມູນຄ່າເພີ່ມ ໄປພ້ອມໆກັບການສືບຕໍ່ຂຸດຄົ້ນລາຍຮັບທີ່ບົ່ມຊ້ອນ.

ພ້ອມນັ້ນ, ເພື່ອສ້າງຄວາມເຂັ້ມແຂງໃຫ້ຂັ້ນທ້ອງຖິ່ນ ກະຊວງການເງິນ ຈຶ່ງໄດ້ຄົ້ນຄວ້າຫົວໜ່ວຍທຸລະກິດທີ່ສູນກາງຄຸ້ມຄອງ ເພື່ອມອບໃຫ້ແຂວງ, ເຊິ່ງເຫັນວ່າຈະຂາດດຸນປະມານ 400 ກວ່າຕື້. ສະນັ້ນ ເພື່ອໃຫ້ມີຂໍ້ມູນຊັດເຈນ ຈຶ່ງໄດ້ເຊີນ 8 ແຂວງ ເປົ້າໝາຍມາຮ່ວມເຮັດວຽກຮ່ວມກັນ ແລະ ສາມາດສັງລວມຕົວເລກເບື້ອງຕົ້ນຄື: ການຂາດດຸນຂອງທ້ອງຖິ່ນຫຼຸດລົງເຫຼືອ 240 ຕື້ກີບ, ໃນນັ້ນ ເຫັນວ່າ 5 ແຂວງ (ແຂວງຫຼວງພະບາງ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ອັດຕະປື) ເຊິ່ງເປັນແຂວງທີ່ເກີນດຸນໃນລະດັບ 100 ຕື້ ຂຶ້ນໄປ ແລະ 3 ແຂວງ ຍັງເປັນແຂວງທີ່ຍັງຂາດດຸນ (ແຂວງຫຼວງນໍ້າທາ, ໄຊຍະບູລີ, ເຊກອງ), ໃນນັ້ນ, ການສ້າງແຜນງົບປະມານ ໃນປີ 2023 ເບື້ອງຕົ້ນເຫັນວ່າມີການຂາດດຸນ 2.700 ຕື້ກວ່າກີບ ມີພຽງ 3 ແຂວງທີ່ເກີນດຸນ.

ນອກຈາກນັ້ນ, ບັນຫາຈາກການຄົ້ນຄວ້າ ຄວາມສາມາດໃຫ້ການກຸ້ມຕົນເອງທາງດ້ານງົບປະມານ ກໍ່ຄືເປັນແຂວງເກີນດຸນໄດ້ຈາກການສະເໜີເກັບລາຍຮັບຈາກຄ່າພາກຫຼວງ, ບັນດາເຂື່ອນໃນການຂຸດຄົ້ນແຮ່ທາດ ທີ່ຊັບສິນຄຸ້ມຄອງເປັນສ່ວນໃຫຍ່, ຈາກການຄຸ້ມຄອງ ຂຸດຄົ້ນຫຼຽນບິດຄອຍ ຂອງບໍລິສັດເວບດາຕ້າ, ຈາກບັນດາສາຂາຫົວໜ່ວຍທຸລະກິດທີ່ຕັ້ງຢູ່ແຂວງ, ບັນຫາຈາກການຂຶ້ນແຜນຊໍ້າຊ້ອນລະຫວ່າງສູນກາງ ແລະ ທ້ອງຖິ່ນ ຈາກການແບ່ງຂັ້ນຄຸ້ມຄອງ ຕາມ 4488/ກງ; ແລະ ບາງແຂວງຍັງເຫັນວ່າການຜະລິດຍັງຢູ່ໃນຂັ້ນທົດລອງ ຈຶ່ງບໍ່ສາມາດເປັນຖານລາຍຮັບຂອງຕົນໃນໄລຍະນີ້ໄດ້.

ແຫຼ່ງຂ່າວຈາກ ກະຊວງການເງິນ

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...