spot_img
Homeຂ່າວພາຍ​ໃນລາວ-ອົດ​ສະ​ຕຣາ​ລີ ຍົກລະດັບການຮ່ວມມືຮອບດ້ານ

ລາວ-ອົດ​ສະ​ຕຣາ​ລີ ຍົກລະດັບການຮ່ວມມືຮອບດ້ານ

Published on

ທ່ານ ພັນຄຳ ວິພາວັນ ນາຍົກລົດຖະມົນຕີ ສປປ ລາວ ແລະ ທ່ານ ແອນໂທນີ ອັລບານິສ (Anthony Albanese) ນາຍົກລັດຖະມົນຕີອົດສະຕຣາລີ ໄດ້ຍົກລະດັບສາຍພົວພັນຂອງທັງສອງຝ່າຍ ລະຫວ່າງ ລາວ-ອົດສະຕຣາລີ ໃຫ້ເປັນຄູ່ຮ່ວມມືຮອບດ້ານ.

ການ​ໂອກາດ​ດັ່ງກ່າວ​ ໄດ້​ດຳ​ເນີນໃນ​ກອງ​ປະຊຸມ​ ຢູ່​ນະຄອນຫຼວງ​ພະນົມ​ເປັນ​ ນອກ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ – ອົດ​ສະ​ຕຣາ​ລີ ​ຄັ້ງ​ທີ 2 ​ແລະ ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ ແມ່ນ​ສ່ວນ​ໜຶ່ງ​ຂອງ​ຍຸດ​ທະ​ສາດ​ຂອງ​ລັດຖະບານ ​ໃນ​ການ​ລົງ​ເລິກ​ການ​ເຂົ້າ​ຮ່ວມ​ຂອງອົດ​ສະ​ຕຣາ​ລີ ໃນ​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.

ລາວ ແລະ ອົດສະຕຣາລີ ມີສາຍພົວພັນຮ່ວມກັນມາ ໄລຍະ 70 ປີ ເພື່ອເປັນການສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ, ສະນັ້ນ ໃນການພົບປະຄັ້ງນີ້ ທັງສອງນາຍົກລັດຖະມັນຕີ ໄດ້ເຫັນດີເປັນເອກະພາບກັນ ໃຫ້ມີການຍົກລະດັບການຮ່ວມມືສອງຝ່າຍຂຶ້ນເປັນ ການພົວພັນຮ່ວມມືຮອບດ້ານ.

ພ້ອມນັ້ນ, ສອງຝ່າຍ ຍັງໄດ້ເຫັນດີຈະສືບຕໍ່ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບອາຊຽນ ໂດຍສະເພາະແມ່ນການພົວພັນອາຊຽນ-ອົດສະຕຣາລີ ໃນສົກປີ 2021-2024 ທີ່ ສປປ ລາວ ໄດ້ຮັບການມອບຫມາຍໃຫ້ເປັນປະເທດປະສານງານ, ຂອບການຮ່ວມມືແມ່ນໍ້າຂອງ-ອົດສະຕຣາລີ ແລະ ຂອບອື່ນໆ.

ນອກຈາກນັ້ນ, ສອງນາຍົກລັດຖະມົນຕີ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ລາວສະແດງຄວາມຂອບໃຈມາຍັງລັດຖະບານ ອົດສະຕຣາລີ ຕໍ່ການຊ່ວຍເຫຼືອໃນດ້ານຕ່າງໆ ເຊັ່ນ: ການຊ່ວຍເຫຼືອເພື່ອການພັດທະນາ (ODA), ການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19, ການຕົກລົງຊ່ວຍເຫຼືອ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ແລະ ອື່ນໆ, ພ້ອມທັງສະເໜີຝ່າຍອົດສະຕຣາລີ ສືບຕໍ່ຊຸກຍູ້ໃຫ້ນັກລົງທຶນອົດສະຕຣາລີ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນຕື່ມ. ນອກຈາກນັ້ນ, ທ່ານ ພັນຄໍາ ວິພາວັນ ກໍ່ໄດ້ເຊື້ອເຊີນ ທ່ານ ແອນໂທນີ້ ແອວບານີຊີ ເດີນທາງມາຢ້ຽມຢາມ ສປປ ລາວ ໃນເວລາອັນຄວນ.

ແຫຼ່ງຂ່າວຈາກ ເວັບໄຊ້ລັດຖະບານອົດສະຕຣາລີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...