Homeຂ່າວຕ່າງປະເທດທາງດ່ວນໃນກຳປູເຈ່ຍເປີດສັນຈອນຟຣີຄົບເດືອນ

ທາງດ່ວນໃນກຳປູເຈ່ຍເປີດສັນຈອນຟຣີຄົບເດືອນ

Published on

ວັນທີ 8 ພະຈິກ 2022 ກຳປູເຈ່ຍໄດ້ນຳໃຊ້ທາງດ່ວນ ທີ່ເຊື່ອມຕໍ່ລະຫວ່າງພະນົມເປນ ເມືອງຫຼວງຂອງກຳປູເຈຍ ຫາແຂວງພຣະສິໜຸ ເຊິ່ງເປັນທີ່ຕັ້ງຂອງທ່າເຮືອນ້ຳເລິກຂະໜາດໃຫຍ່ສຸດໃນປະເທດ ໂດຍນຳໃຊ້ຟຣີແບບບໍ່ເສຍຄ່າເປັນເວລາ 1 ເດືອນ ນັບຕັ້ງແຕ່ວັນທີ 1 ຕຸລາ ທີ່ຜ່ານມາ.

ທາງດ່ວນພະນົມເປນ ຫາ ສີໜຸວິວ ມູນຄ່າ 2 ຕື້ໂດລາ ລົງທຶນໂດຍບໍລິສັດ ໄຊນ່າ ໂຣດ ແອນ ບຣິດ ຄໍປໍເລຊັ່ນ (CRBC) ຂອງປະເທດຈີນ ແລະ ສ້າງຂຶ້ນໃນຮູບແບບກໍ່ສ້າງ ບໍລິການ ຖ່າຍໂອນ (BOT) ພາຍໃຕ້ມາດຕະຖານອອກແບບ ແລະ ຄຸນະພາບຂອງຈີນ.

ທາງດ່ວນນິ້ກວມເອົາ 5 ແຂວງ ດ້ວຍຄວາມຍາວ 187,05 ກິໂລແມັດ ເຊິ່ງຊ່ວຍຫຼຸດເວລາໃນການເດີນທາງຈາກ 5 ຊົ່ວໂມງເຫຼືອ 2 ຊົ່ວໂມງ.

ແຫຼ່ງຂ່າວຈາກ ຊິນຫົວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...