spot_img
Homeຂ່າວຕ່າງປະເທດຍູ້ພັນລະຍາຕົກທະເລ ຍ້ອນເມື່ອຍເບິ່ງແຍງດູແລ

ຍູ້ພັນລະຍາຕົກທະເລ ຍ້ອນເມື່ອຍເບິ່ງແຍງດູແລ

Published on

ຊາຍອາວຸໂສຍີ່ປຸ່ນ ຍູ້ພັນລະຍາ ທີ່ພິການນັ່ງລໍ້ຍູ້ຕົກທະເລ ຍ້ອນເມື່ອຍທີ່ຕ້ອງມາເບິ່ງແຍງຄົນພິການເກືອບ 40 ປີ.

ສຳນັກຂ່າວຍີ່ປຸ່ນໄດ້ລາຍງານວ່າ ທ້າວ ຮິໂຣຊິ ຟູຈິວະຣະ ອາຍຸ 81 ປີ ທີ່ເມືອງໂອອິໂຊະ ແຂວງຄານາງາວະ ໄດ້ສາລະພາບຕໍ່ຕຳຫຼວດວ່າ ລາວເປັນຄົນຂ້າ ນາງ ເທຣິໂກະ ອາຍຸ 79 ປີ ດ້ວຍການຍູ້ລໍ້ຍູ້ ທີ່ພັນລະຍາລາວໄດ້ນັ່ງຢູ່ ຕົກລົງໄປທະເລ ເນື່ອງຈາກລາວຮູ້ສຶກເມື່ອຍທີ່ຕ້ອງມາເບິ່ງແຍງດູແລມາດົນເກືອບ 40 ປີ.

ໂດຍ ທ້າວ ຮິໂຣຊິ  ໄດ້ຍູ້ຕົກທະເລທີ່ ບໍລິເວນທ່າເຮືອແຫ່ງໜຶ່ງໃນເມືອງໂອອິໂຊະ ເວລາປະມານ 17:30 ໂມງຂອງວັນທີ 2 ພະຈິກ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ.

ພາຍຫຼັງເກີດເຫດ ມີຄົນທີ່ຕຶກເບັດແຖວນັ້ນພົບເຫັນ ແລ້ວໂທແຈ້ງຕຳຫຼວດວ່າພົບຮ່າງຄົນລອຍຢູ່ທະເລ ຕໍ່ມາຕຳຫຼວດຈຶ່ງນຳເອົາຮ່າງ ນາງ ເທຣິໂກະ ສົ່ງໂຮງໝໍ ແຕ່ກໍບໍ່ທັນ ຜົນປາກົດວ່າລາວໄດ້ເສຍຊີວິດ.

ຈາກນັ້ນຕຳຫຼວດຈຶ່ງໄດ້ໄປເຮືອນຂອງ ທ້າວ ຮິໂຣຊິ ແລະ ສອບຖາມ ຈຶ່ງໄດ້ຊາບຈາກລູກກົກຂອງ ທ້າວ ຮິໂຣຊິ ວ່າປະມານ 19:00 ໂມງ ຂອງວັນທີ 2 ພະຈິກ ພໍ່ຂອງລາວໄດ້ຍູ້ແມ່ຕົກລົງທະເລ ຈາກນັ້ນຕຳຫຼວດຈຶ່ງໄດ້ຈັບ ທ້າວ ຮິໂຣຊິ ໃນເວລາຕໍ່ມາ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...