spot_img
Homeຂ່າວພາຍ​ໃນຈັບກຸ່ມແກ້ງຄ້າ-ຂາຍຢາເສບຕິດ ປະເພດກັນຊາອັດແທ່ງໄດ້ ຈໍານວນ 722 ກິໂລກຼາມ

ຈັບກຸ່ມແກ້ງຄ້າ-ຂາຍຢາເສບຕິດ ປະເພດກັນຊາອັດແທ່ງໄດ້ ຈໍານວນ 722 ກິໂລກຼາມ

Published on

ກອງບັນຊາການ ປກສ ເມືອງທ່າແຂກ ມ້າງກຸ່ມແກ້ງຄ້າ-ຂາຍຢາເສບຕິດ ປະເພດກັນຊາອັດແທ່ງໄດ້ ຈໍານວນ 722 ກິໂລກຼາມ, ຈັບຕົວຜູ້ຖືກ ຫາໄດ້ 5 ຄົນ.

ເຈົ້າຫນ້າທີ່ ໃຫ້ຮູ້ວ່າ: ໃນລະຫວ່າງ ວັນທີ 6-7 ສິງຫາ 2022 ຜ່ານມານີ້, ເຈົ້າຫນ້າທີ່ຕໍາຫຼວດ ປກສ ເມືອງທ່າແຂກ ໄດ້ສືບຮູ້ມີຜູ້ຖືກສົງໃສທີ່ພົວພັນຄ້າ-ຂາຍຢາເສບຕິດ ບ້ານດອນປາແດກ ແລະ ບ້ານນາມັນປາ ເມືອງຫນອງບົກ, ຈຶ່ງໄດ້ຈັດກໍາລັງລົງຕິດຕາມກວດກາເຂົ້າກວດຄົ້ນເຮືອນຂອງຜູ້ຖືກສົງໄສ. ໃນ ເບື້ອງຕົ້ນ, ສາມາດ ຈັບຕົວໄດ້ 2 ຄົນ.

ຜ່ານການສອບສວນຂອງເຈົ້າຫນ້າທີ່, ຜູ້ຖືກຫາຊື່ ທ້າວ ເພັດທະນຸສິນ ອາຍຸ 35 ປີ, ຢູ່ບ້ານດອນປາແດກ ແລະ ທ້າວ ເຢັ້ງ ຫຼື ສີ ອາຍຸ 37 ປີ, ຢູ່ບ້ານນາມັນປາ ເມືອງຫນອງບົກ ແຂວງຄໍາມ່ວນ. ພວກກ່ຽວໄດ້ມີການພົວພັນ, ຊື້-ຂາຍ ແລະ ຂົນສົ່ງສິ່ງເສບຕິດ ປະເພດກັນຊາອັດແທ່ງ ເພື່ອສົ່ງຂາຍໄປປະເທດໃກ້ຄຽງ ແລະ ຜ່ານມາເຄີຍຊື້-ຂາຍຮ່ວມກັນມາແລ້ວຫຼາຍຄັ້ງ.

ນອກນັ້ນ, ພວກກ່ຽວໄດ້ຊັດທອດເຖິງຜູ້ຮ່ວມຂະບວນການເພີ່ມອີກ 3 ຄົນ; ຊື່ທ້າວ ເຊັ່ງຊົງ ອາຍຸ 33 ປີ, ຢູ່ບ້ານຫນອງຊົງ, ທ້າວ ເຊີນ ອາຍຸ 32 ປີ, ຢູ່ບ້ານໂພນແພງ ແລະ ທ້າວ ພູສິດ ຫຼື ຊຽງນາງ ອາຍຸ 35 ປີ, ຢູ່ບ້ານຫນອງປ່ອງ ທັງສາມບ້ານຂຶ້ນກັບ ເມືອງຄໍາເກີດ ແຂວງບໍລິຄໍາໄຊ.

ຫຼັງຈາກເຈົ້າຫນ້າທີ່ໄດ້ຮູ້ຂໍ້ມູນດັ່ງກ່າວແລ້ວ ຈຶ່ງໄດ້ຈັດຕັ້ງກໍາລັງລົງຕິດຕາມການເຄື່ອນໄຫວຂອງພວກກ່ຽວທັງສາມ ແລະ ໄດ້ເຂົ້າກັກຕົວຜູ້ຖືກຫາທັງ 3 ຄົນ ທີ່ ກໍາລັງນັດສົ່ງສິ່ງເສບຕິດຢູ່ທີ່ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄໍາມ່ວນ ຢູ່ແຄມທາງ ເລກທີ 13 ໃຕ້ ສາມາດຢຶດຂອງກາງໄດ້ ປະເພດກັນຊາອັດ ແທ່ງ ຈໍານວນ 722 ກິໂລກຼາມ ແລະ ລົດກະບະຣີໂວ້ 2 ຄັນ, ໄປດໍາເນີນຄະດີຕາມລະບຽບກົດຫມາຍ.

ແຫຼ່ງຂ່າວຈາກ ປກສ ແຂວງຄຳມ່ວນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...