Homeຂ່າວເຫດການເຈົ້າໜ້າທີ່ ປກສ ເມືອງໂພນໂຮງ ຈັບຜູ້ຖືກຫາລັກ ງົວ-ຄວາຍ ປະຊາຊົນ

ເຈົ້າໜ້າທີ່ ປກສ ເມືອງໂພນໂຮງ ຈັບຜູ້ຖືກຫາລັກ ງົວ-ຄວາຍ ປະຊາຊົນ

Published on

ພາຍຫຼັງເຈົ້າໜ້າທີ່ໜ່ວຍງານວິຊາສະເພາະຄະດີອາຍາ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ຮັບຂໍ້ມູນຂ່າວຈາກພົນລະເມືອງດີວ່າ: ຢູ່ຂອບເຂດ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ມີຄົນບໍ່ດີເຄື່ອນໄຫວລັກລັກຊັບພົນລະເມືອງປະເພດ ງົວ, ຄວາຍ ຂອງປະຊາຊົນ. ສະນັ້ນ, ເຈົ້າໜ້າທີ່ໜ່ວຍງານວິຊາສະເພາະ ຄະດີອາຍາ ກອງບັນຊາການ ປກສ ເມືອງໂພນໂຮງ ຈຶ່ງເລັ່ງຕິດຕາມເປົ້າໝາຍ ຈຶ່ງສາມາດກັກຕົວເປົ້າໝາຍໄດ້ 1 ຄົນ ຄື: ທ້າວ ຢົວໄທຢ່າງ ອາຍຸ 52 ປີ ປະຊາຊົນຢູ່ບ້ານໂພນຄໍາໃຕ້ ເມືອງໂພນໂຮງ ແຂວງວຽງຈັນ ຖືກກັກຕົວຄັ້ງວັນທີ 24 ພຶດສະພາ 2022 ໃນຂໍ້ກ່າວຫາລັກຊັບພົນລະເມືອງ ປະເພດ ງົວ-ຄວາຍ ມາທຳການສຶບສວນ-ສອບສວນ.

ຜ່ານການສືບສວນສອບສອນຂອງເຈົ້າໜ້າທີ່, ທ້າວ ຢົວໄທຢ່າງ ໄດ້ຮັບສາລະພາບວ່າ:
– ໃນຄັ້ງວັນທີ 28 ຕຸລາ 2021, ຜູ້ກ່ຽວໄດ້ໄປລັກເອົາຄວາຍແມ່ (ຄວາຍດ່ອນ) ຢູ່ບ້ານນາເພີຍ ເມືອງທຸລະຄົມແຂວງວຽງຈັນ ຈຳນວນ 1 ໂຕ ແລ້ວໄປຂາຍໃຫ້ກັບພໍ່ຄ້າທີ່ໄດ້ນັດໝາຍກັນໄວ້ ໃນລາຄາ 4.000.000 ກີບ
– ໃນຄັ້ງວັນທີ 5 ກຸມພາ 2022, ໄດ້ໄປລັກງົວແມ່ສີແດງ ຢູ່ບ້ານນາເລົາ ເມືອງໂພນໂຮງ ແຂວງວຽງຈັນ ຈໍານວນ 1 ໂຕ. ຈາກນັ້ນ, ກໍເອົາໄປຂາຍໃຫ້ກັບພໍ່ຄ້າບໍ່ຊາບຊື່ ໃນລາຄາ 2.000.000 ກີບ;


– ຕໍ່ມາ, ບໍ່ຈື່ວັນທີໃນປີ 2022, ຜູ້ກ່ຽວແມ່ນໄດ້ໄປລັກເອົາງົວເພດແມ່ສີເຫຼືອງ ຢູ່ຂອບເຂດບ້ານໂພນຄຳເໜືອ ເມືອງໂພນໂຮງ ຈໍານວນ 1 ໂຕ ແລ້ວກໍໄດ້ເອົາໄປຂາຍໃຫ້ກັບພໍ່ຄ້າທີ່ນັດໝາຍກັນໄວ້ ໃນລາຄາ 1.800.000 ກີບ;
– ໃນຄັ້ງວັນທີ 20 ພຶດສະພາ 2022, ຜູ້ກ່ຽວແມ່ນໄດ້ໄປລັກເອົາງົວເພດຜູ້ ສີຂາວເຫຼືອງ ຢູ່ບ້ານໂຮງເລືອຍ ເມືອງໂພນໂຮງ ຈໍານວນ 1 ໂຕ ແລ້ວໄປລັກເອົາອີກ 1 ໂຕ ຢູ່ຂອບເຂດບ້ານໂພນຄໍາເໜືອ ເມືອງໂພນໂຮງ.ຈາກນັ້ນ, ກໍເອົາໄປຂາຍໃຫ້ກັບພໍ່ຄ້າບໍ່ຊາບຊື່ ໃນລາຄາ 6.000.000 ກີບ;

ທີ່ມາ: ຄວາມສະຫົງບ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...