spot_img
Homeຂ່າວຄາດຕະກຳເຮືອບິນສູ້​ຮົບມຽນມາ​ ຖິ້ມ​ລະ​ເບີດລົງ​ຢູ່​ກາງ​ງານ​ສະ​ເຫຼີມສະຫຼອງ​ 62 ປີ ກອງທັບ Kachin

ເຮືອບິນສູ້​ຮົບມຽນມາ​ ຖິ້ມ​ລະ​ເບີດລົງ​ຢູ່​ກາງ​ງານ​ສະ​ເຫຼີມສະຫຼອງ​ 62 ປີ ກອງທັບ Kachin

Published on

ເຮືອບິນສູ້​ຮົບ​ຂອງ​ກອງທັບ​ອາກາດ​ມຽນມາ​ຖິ້ມ​ລະ​ເບີດລົງ​ຢູ່​ກາງ​ງານ​ສະ​ເຫຼີມສະຫຼອງ​ 62 ປີ ກອງທັບ ຄະຊິ່ນອິດສະຫຼະ ທີ່ເມືອງຜາກັ້ນ ທະຫານ KIA ຊາວບ້ານ, ລວມເຖິງສິນລະປິນ ທີ່ໄປຮ່ວມສະແດງກວ່າ 50 ຄົນ​ໄດ້​ເສຍ​ຊີວິດ ​ແລະ 80 ກວ່າ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ໃນວັນທີ 23 ຕຸລາ 2022 ທີ່ຜ່ານມາ, ອົງກອນຄະຊິ່ນ ອິດສະຫຼະ (KIO) ແລະ ກອງທັບ ຄະຊິ່ນ ອິດສະຫຼະ (KIA) ໄດ້ຈັດກິດຈະກຳບັນເທິງຢູ່ບໍລິເວນບໍ່ເໝືອງຂຸດຄົ້ນແຮ່ທາດ ທີ່ບ້ານໂລງຄິນ ​ເມືອງ​ຜາກັ້ນ ແຂວງ​ໂມ​ຍິນ ລັດ​ຄະຊິ່ນ ຊຶ່ງ​ເປັນ​ເຂດ​ພາຍ​ໃຕ້​ການ​ຄວບ​ຄຸມ​ KIA ຂອງ​ກອງ​ພົນ​ທີ 9 ໂດຍ​ການ​ເຊື້ອ​ເຊີນ​ນັກ​ສິ​ລະ​ປິນ ນັກ​ຮ້ອງ 9 ຄົນ​ທີ່​ມີ​ຊື່​ສຽງ​ໄດ້​ມາ​ຂຶ້ນ​ສະ​ແດງ​ຢູ່​ເທິງ​ເວທີ ແລະ ມີ​ປະ​ຊາ​ຊົນ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ໄດ້​ເຂົ້າ​ຮ່ວມ​ງານ.

ງານບັນເທິງທີ່ໄດ້ຈັດຂຶ້ນ ມັນແມ່ນສ່ວນໜຶ່ງຂອງພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການເອກະລາດ ແລະ ກອງທັບ Kachin (KIO/KIA) ຄົບຮອບ 62 ປີ ໃນວັນອັງຄານທີ 25 ຕຸລາ 2022 ທີ່ຜ່ານມານີ້.

ໃນຂະນະທີ່ທຸກຄົນກຳລັງມ່ວນຊື່ນຢູ່ໃນເວທີ ປະກົດວ່າ: ເວລາປະມານ 20:00 ໂມງ, ເຮືອບິນສູ້ຮົບຂອງກອງທັບອາກາດມຽນມາ 3 ລຳ ໄດ້ບິນໄປຖິ້ມລະເບີດຢູ່ບໍລິເວນທີ່ກຳລັງຖືກກັກຂັງ. ສົ່ງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ແລະ​ບາດ​ເຈັບ​ຫຼາຍ​ຄົນ.

ຕາມ​ການ​ລາຍ​ງານ​ຂອງ​ສື່​ມວນ​ຊົນ​ທ້ອງ​ຖິ່ນ​ໃນ​ລັດ Kachin ມີ​ຜູ້​ເສຍ​ຊີວິດ​ໃນ​ເຫດ​ວາງ​ລະ​ເບີດ​ຄັ້ງ​ນີ້​ຫຼາຍ​ກວ່າ 50 ຄົນ, ​ແລະ​ອີກ 80 ກວ່າ​ຄົນ​ໄດ້​ຮັບ​ບາດ​ເຈັບ, ​ໃນ​ຈຳນວນ​ຜູ້​ເສຍ​ຊີວິດ​ແລະ​ບາດ​ເຈັບ​ລວມມີ​ທະຫານ KIA ​ແລະ ​ເຈົ້າ​ໜ້າ​ທີ່ KIO, ນັກ​ສິລະ​ປິນ, ນັກ​ບັນ​ເທິງ ພ້ອມ​ທັງ​ຊາວ​ບ້ານ​ທີ່​ເຂົ້າ​ຮ່ວມ​ງານ​ດ້ວຍ.

ບົດຄວາມຫຼ້າສຸດ

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...