Homeຂ່າວຄາດຕະກຳເຫດຄາດຕະກຳສອງແມ່ລູກເສຍຊີວິດ

ເຫດຄາດຕະກຳສອງແມ່ລູກເສຍຊີວິດ

Published on

ເວລາປະມານ 17:00 ໂມງ ວັນທີ 25/10/2022 ໄດ້ເກີດເຫດຄາດຕະກຳສອງແມ່ລູກເສຍຊີວິດ; ທີ່ບ້ານດອນເຊັງ ນະຄອນໄກສອນ ແຂວງສະຫວັນນະເຂດ ຜູ້ເຫັນເຫດການໄດ້ໃຫ້ຂໍ້ມູນວ່າ: ຜູ້ກໍ່ເຫດແມ່ນເປັນແຟນກັບຜູ້ເສຍຊີວິດ ເຊີງຍັງບໍ່ທັນເປັນຄູ່ຜົວເມຍ ຖືກຕ້ອງຕາມລະບຽບກົດໝາຍ ເປັນຄູ່ບ່າວສາວຊື່ໆ ຜູ້ກ່ຽວໄດ້ມີປາກສຽງກັນ ຈົນກະທັງໄດ້ລົງມືກໍ່ເຫດໃນຄັ້ງນີ້ ສ່ວນຜູ້ກະທຳກໍ່ເຫດໄດ້ເອົາໂຕລົບໜີໄປໄດ້ ພ້ອມມີອາວຸດປືນ.

ຕາມການລາຍງານຂອງປະຊາຊົນແມ່ນໃຫ້ຂໍ້ມູນວ່າ ຜູ້ກໍ່ເຫດແມ່ນທະຫານສັງກັດຢູ່ຄ້າຍ 208
ສ່ວນລາຍລະອຽດເຈົ້າໜ້າທີ່ກຳລັງສືບສວນສອບສວນນຳໂຕຜູ້ກໍ່ເຫດມາຮັບໂທດຕໍ່ໄປ.

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...