spot_img
Homeຂ່າວຍົນຕົກສາຍການບິນ Korean Air ເກີດອຸບັດຕິເຫດ!

ສາຍການບິນ Korean Air ເກີດອຸບັດຕິເຫດ!

Published on

ສາຍການບິນ Korean Air ເກົາຫຼີໃຕ້ ມື່ນອອກນອກເສັ້ນທາງ ສະໜາມບິນນານາຊາດ ແມນຕັນ ເກາະເຊບູ, ປະເທດຟີລິບປິນ ເຮັດໃຫ້ເຮືອບິນເສຍຫາຍໜັກ.

ເຫດເກີດເວລາປະມານ 23:07 ໂມງ ໃນວັນທີ 23/10/2022 Korean Air ແອບັດ A330-300 ທະບຽນ HL7525 ຖ້ຽວບິນ KE631 ຈາກສະໜາມບິນອິນຊອນ – ແມນຕັນ ເກາະເຊບູ.
ຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າ: ເຮືອບິນລຳເກີດເຫດພະຍາຍາມລົງຈອດເຖິງ 3 ຮອບ ເນື່ອງຈາກສະພາບອາກາດແປງປວນ ຝົນຕົກຢ່າງໜັກ ຈົນເຮັດໃຫ້ມື່ນອອກນອກເສັ້ນທາງ.

ຍັງບໍ່ມີລາຍງານຜູ້ບາດເຈັບ, ຫຼັງຈາກລົງຈອດ ເຈົ້າໜ້າທີ່ກໍໄດ້ຊ່ວຍຜູ້ໂດຍສານ ແລະ ລູກເຮືອລວມ 173 ຄົນ ໄປອາຄານໂດຍສານ ແລະ ມີທີມແພດເຂົ້າມາເບິ່ງແຍງ ເພື່ອປະເມີນອາການເບື້ອງຕົ້ນຂອງແຕ່ລະຄົນ.
ຄລຶບ:

ແຫຼ່ງຂ່າວ: World Forum

ບົດຄວາມຫຼ້າສຸດ

ເສຍຊີວິດ 22 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 22...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...

ສັດທີ່ສ່ຽງສູນພັນ ໝີຂົ້ວໂລກຈາກທີ່ເຄີຍອາໄສຢູ່ໃນເຂດໜາວ ປັດຈຸບັນຕ້ອງມາອາໄສຢູ່ທີ່ສູນວິໄຈຮ້າງ

ໝີຂົ້ວໂລກ ຖືເປັນສັດລ້ຽງລູກດ້ວຍນົມທີ່ໃຫຍ່ທີ່ສຸດໃນໂລກ ໂຕຜູ້ໃຫ່ຍສຸດອາດຈະມີນໍ້າໜັກເຖິງ 600ກິໂລກຣາມ, ເຖິງແມ່ນຮູບຮ່າງຈະໃຫ່ຍແຕ່ຊີວິດຂອງພວກມັນ ໜ້າເປັນຫວ່ງຫຼາຍ ເນື່ອງຈາກອາຫານຂອງພວກມັນສ່ວນຫຼາຍແມ່ນແມວນໍ້າເປັນຫຼັກ ເວລາທີ່ຈະຫາອາຫານພວກມັນຈະອາໄສລັກສະນະພູມສັນຖານທີ່ເປັນເຂດໜາວໃນການຫາອາຫານ. ແຕ່ໃນປັດຈຸບັນເກີດມີພາວະໂລກຮ້ອນເຮັດໃຫ້ເຂດພູເຂົານໍ້າແຂງເປື່ອຍໄວຜິດປົກກະຕິ ສົ່ງຜົນກະທົບໃຫ້ພື້ນທີ່ໃນການຫາອາຫານກໍ່ໜ້ອຍລົງ ໝີຂົ້ວໂລກຈໍານວນຫຼາຍຈຶ່ງໄດ້ອົບພະຍົບເຂົ້າມາຢູ່ອາໄສໃນເຂດຊຸມຊົນ ກັບການອາໄສຢູ່ໃນສູນວິໄຈຮ້າງ ທີ່ເກາະໂຄລີອູຊິນ ຢູ່ທາງພາກເໜືອຂອງປະເທດຣັດເຊຍ. ຕາມການຈັດອັນດັບຂອງ IUCN...

ໃຫ້ສຳເລັດໃນ 5 ປີ ກະຊວງໂຍທາທິການ ແລະ ຂົນສົ່ງ ສຸມໃສ່ການຍົກລະດັບເສັ້ນທາງຄົມມະນາຄົມທາງບົກ 11 ໂຄງການ

ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ວາງທິດທາງແຜນການ, ຄາດໝາຍສູ້ຊົນ, ວຽກງານຈຸດສຸມແຕ່ລະດ້ານ ແລະ ມາດຕະການຈັດຕັ້ງປະຕິບັດ ໃນ 5 ປີຕໍ່ໜ້າ(2026-2030) ໂດຍຈະສຸມໃສ່ຍົກລະດັບເສັ້ນທາງຄົມມະນາຄົມທາງບົກຢ່າງມີຈຸດສຸມ ເພື່ອເຊື່ອມຈອດພາກພື້ນຕາມບັນ...