spot_img
Homeຂ່າວຢາເສບຕິດພົບຢາບ້າຈຳນວນຫຼາຍໃນກະບະ!

ພົບຢາບ້າຈຳນວນຫຼາຍໃນກະບະ!

Published on

ໃນວັນທີ 15 ຕຸລາ 2022 ຜ່ານມາ, ເວລາປະມານ 5-6 ໂມງ, ເຈົ້າໜ້າທີ່ ປກສ ກຸ່ມບ້ານສີເມືອງງານ ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ ໄດ້ອອກເຄື່ອນໄຫວລາດຕະເວນຕາມຂອບເຂດຮັບຜິດຊອບໄດ້ພົບເຫັນລົດວີໂກ ກະບະສີຂາວ ບໍ່ມີປ້າຍທະບຽນ ມີຜ້າດຳປົກທ້າຍຈອດຢູ່ແຄມທາງເຂດກ້ອງບ້ານໃຫຍ່ສີເມືອງງາມ ຫາ ບ້ານນ້ຳແງ້ນ ທາງເຈົ້າໜ້າທີ່ໄດ້ກວດກາພົບເຫັນເຄື່ອງຂອງກາງທີ່ຊຸກເຊືອງຢູ່ໃນລົດ ແລະ ກະບະລົດຄື:

– ຢາບ້າຈຳນວນ 14 ເປົາ ມີຈຳນວນ 350 ແພັກ ຫຼື 1,750 ມັດ, ເທົ່າກັບ 3.500.000 ເມັດ, ນ້ຳໜັກ 385 ກິໂລ.
– ຢາເຄຕາມິນຈຳນວນ 02 ເປົາ, ມີຈຳນວນ 66 ຫໍ່, ນ້ຳນັກ 66 ກິໂລ.
– ລົດກະບະວີໂກສີຂາວ 01 ຄັນ ( ບໍ່ມີປ້າຍທະບຽນ ) ສ່ວນຜູ້ກະທຳຜິດແມ່ນເອົາຕົວລົບໜີ.
ປະຈຸບັນທາງເຈົ້າໜ້າທີ່ພະແນກຕຳຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງ ກຳລັງສືບຄົ້ນຫາເປົ້າໝາຍທີ່ເອົາຕົວຫຼົບໜີ.
ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...