Homeຂ່າວຕ່າງປະເທດຕມ.ໜອງຄາຍ ຈັບແກ້ງຄ້າມະນຸດ ລັກລອບພາສາວລາວຂາຍບໍລິການ

ຕມ.ໜອງຄາຍ ຈັບແກ້ງຄ້າມະນຸດ ລັກລອບພາສາວລາວຂາຍບໍລິການ

Published on

ໃນວັນທີ 14 ຕຸລາ ທີ່ຜ່ານມາ, ເຈົ້າໜ້າໄທໄດ້ບຸກເຂົ້າກັກໂຕ ຜູ້ຖືກຫາ 2 ຄົນ ທີ່ຫຼົບໜີ ໃນພື້ນທີ່ ເມືອງທ່າບໍ່ ແຂວງໜອງຄາຍ ມາສອບສວນ.

ພວກກ່ຽວຫຼົບໜີຈາກຂໍ້ຫາ ຮ່ວມກັນໃຫ້ທີ່ພັກອາໄສ, ຫຼົບຫຼີກ ແລະ ໃຫ້ຄວາມຊ່ວຍເຫຼືອ ແກ່ແຮງງານຕ່າງດ້າວທີ່ເຂົ້າປະເທດຜິດກົດໝາຍ, ມີສ່ວນກ່ຽວຂ້ອງໃນການຊ່ວຍເຫຼືອສະໜັບສະໜູນການຄ້າມະນຸດ ແລະ ຮ່ວມຂະບວນການດັ່ງກ່າວຢ່າງຕໍ່ເນື່ອງ, ພວກກ່ຽວມີໜ້າທີ່ຮັບເດັກຍິງ ແລະ ແມ່ຍິງ ຈາກ ສປປ ລາວ ຊຶ່ງຈະລັກລອບຂ້າມຊາຍແດນເຂົ້າປະເທດໄທ ຜ່ານຊ່ອງທາງທຳມະຊາດ ທາງແຂວງເລີຍ, ໂດຍຈະຂັບລົດໄປຮັບ ແລະ ນຳມາເຊື່ອງ ທີ່ ເມືອງທ່າບໍ່, ແຂວງໜອງຄາຍ. ກ່ອນໜ້ານີ້, ເຈົ້າໜ້າທີ່ໄດ້ມີການຈັບກຸມຜູ້ຮ່ວມຂະບວນໄປກ່ອນແລ້ວ, ມື້ນີ້ຈັບຜູ້ນຳພາ ແລະ ຄາດວ່າຍັງມີຜູ້ທີ່ມີສ່ວນກ່ຽວຂ້ອງຕື່ມອີກ ເຊິ່ງຕ້ອງໄດ້ສືບສວນສອບສວນຕໍ່ໄປ.

ແຫຼ່ງຂ່າວ:ໄທໂພສ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...