spot_img
Homeຂ່າວຍົນຕົກເຮືອບິນ​ສູ້ຮົົບ​ຂອງ​ຣັດ​ເຊຍ ຕົກ​ໃສ່​ອາ​ຄານ​ທີ່​ຢູ່​ອາ​ໄສ​ໃນ​ເມືອງ ເຍສ

ເຮືອບິນ​ສູ້ຮົົບ​ຂອງ​ຣັດ​ເຊຍ ຕົກ​ໃສ່​ອາ​ຄານ​ທີ່​ຢູ່​ອາ​ໄສ​ໃນ​ເມືອງ ເຍສ

Published on

ອີງຕາມການລາຍງານຂອງສຳນັກຂ່າວ ຮອຍເຕີ ໃນວັນທີ 17 ຕຸລາ 2022 ຜ່ານມານີ້, ເກີດເຫດເຮືອບິນ​ສູ້ຮົົບ​ຂອງ​ຣັດ​ເຊຍ​ລຳ​ໜຶ່ງຕົກ​ໃສ່​ອາ​ຄານ​ທີ່​ຢູ່​ອາ​ໄສ​ໃນ​ເມືອງ ເຍສ (Yesk) ພາກ​ໃຕ້​ຂອງ​ປະ​ເທດ ຫຼັງ​ຈາກ​ຂຶ້ນ​ສູ່​ທ້ອງ​ຟ້າ​ບໍ່​ດົນເຮັດໄຟ​ໄດ້​ລຸກ​ໄໝ້​ອາ​ພາດ​ເມັ້ນ ​ແລະ​ ເຫດການຄັ້ງນີ້ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 6 ຄົນ.

ເຈົ້າໜ້າທີ່ທ້ອງຖິ່ນລະບຸວ່າ: ນອກຈາກຜູ້ເສຍຊີວິດໃນເບື້ອງຕົ້ນຍັງມີຜູ້ສູນຫາຍອີກ 6 ຄົນແລະ ບາດເຈັບອີກ 19 ຄົນ, ເຈົົ້າໜ້າທີ່ຍັງກ່າວຕື່ມອີກວ່າ: ມີປະຊາກອນປະມານ 250 ຄົນໄດ້ຮັບການອົບພະຍົບອອກມາແລ້ວ ໃນນັ້ນເປັນເດັກນ້ອຍຈຳນວນ 40 ຄົນ.

ທັງນີ້ເມືອງ ເຍສ (Yesk) ຖືກຂັ້ນລະຫວ່າງດິນແດນທາງພາກໃຕ້ຂອງຢູເຄຣນ ທີ່ຢູ່ພາຍໃຕ້ການຍຶດຄອງຂອງຣັດເຊຍດ້ວຍຊ່ອງແຄບຂອງທະເລອາຊອຟ.

ແຫຼ່ງຂ່າວ: ຮອຍເຕີ

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...