spot_img
Homeຂ່າວພາຍ​ໃນສືບຕໍ່ຕິດແຜ່ນກາໝາຍນຳໃຊ້ QR code ໃສ່ລົດຂອງລັດ

ສືບຕໍ່ຕິດແຜ່ນກາໝາຍນຳໃຊ້ QR code ໃສ່ລົດຂອງລັດ

Published on

ໃນວັນທີ 12-13 ຕຸລາ 2022 ທີ່ຫ້ອງວ່າການສຳນັກງານປະທານປະເທດ ແລະ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ມີພິທີການຕິດແຜ່ນກາໝາຍນໍາໃຊ້ QR code ເພື່ອຕິດໃສ່ລົດຂອງລັດທີ່ຂຶ້ນກັບຫ້ອງວ່າການສຳນັກງານປະທານປະເທດ ແລະ ສະຫະພັນນັກຮົບເກົ່າແຫ່ງຊາດ ຂຶ້ນຢ່າງເປັນທາງການ ເພື່ອເປັນການເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດດຳລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ລົງວັນທີ 29 ກັນຍາ 2021.

ພິທີດັ່ງກ່າວ ໂດຍໄດ້ຮັບກຽດເຂົ້າຮ່ວມ ແລະ ຊີ້ນໍາຂອງທ່ານ ເພັດສະໝອນ ພັນທະວົງ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ມີທ່ານ ສົມບູນ ລັດຕະນະພອນ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ບັນດາຫົວໜ້າກົມ ຫົວໜ້າພະແນກ ແລະ ວິຊາການພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສຳລັບການຕິດແຜ່ນກາໝາຍນໍາໃຊ້ລົດຂອງລັດ ແມ່ນໄດ້ຈັດຕັ້ງປະຕິບັດຕາມມາດຕາ 17 ດໍາລັດຂອງລັດຖະບານ ລົງວັນທີ 13 ກໍລະກົດ 2022 ເຊິ່ງລົດຂອງລັດ ແມ່ນຕ້ອງຖືກນໍາໃຊ້ເຂົ້າໃນວຽກງານທາງລັດຖະການເທົ່ານັ້ນ ການນໍາໃຊ້ຕ້ອງໃຫ້ຖືກຕ້ອງຕາມເປົ້າໝາຍ ມີຄວາມໂປ່ງໃສ ສາມາດກວດສອບໄດ້.

ພ້ອມນັ້ນ ໃນການນໍາໃຊ້ລົດທຸກຄັ້ງ ຕ້ອງໄດ້ຈອດໄວ້ບ່ອນຈອດສະເພາະຢູ່ສໍານັກງານຂອງຂະແໜງການຂອງຕົນທີ່ໄດ້ກໍານົດໄວ້ຢ່າງເຂັ້ມງວດ ພ້ອມທັງມີການຄຸ້ມຄອງປົກປັກຮັກສາຢ່າງຖຶກຕ້ອງ ເພື່ອໃຫ້ຮັບປະກັນການເຄື່ອນໄຫວວຽກງານລວມ ແລະ ວຽກງານວິຊາສະເພາະຂອງແຕ່ລະພາກສ່ວນ ການຈັດພີມ ແລະ ຕິດແຜ່ນກາໝາຍນໍາໃຊ້ລົດຂອງລັດ QR code ແມ່ນຕ້ອງໄດ້ບັນທຶກຂໍ້ມູນເຂົ້າໃນລະບົບໂປຣແກຣມ ຄຸ້ມຄອງຂໍ້ມູນຊັບສິນຂອງລັດ AMIS ເຊິ່ງສາມາດກວດກາໄດ້ໂດຍຜ່ານການສະແກນ QR code ຖ້າຫາກລົດຄັນໃດທີ່ຕິດປ້າຍທະບຽນລັດບໍລິຫານ ຫາກບໍ່ມີ QR code ແມ່ນໃຫ້ຖອນຄືນການນໍາໃຊ້ ຫຼື ແກ້ໄຂຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.

ແຫຼ່ງຂ່າວຈາກ ກະຊວງການເງິນ

 

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...