spot_img
Homeຂ່າວພາຍ​ໃນຈຳປາສັກ ມອບ 2 ແຫຼ່ງທ່ອງທ່ຽວ ໃຫ້ ບໍລິສັດ ຮ່ວມພັດທະນາສີທັນດອນ ຈຳກັດ

ຈຳປາສັກ ມອບ 2 ແຫຼ່ງທ່ອງທ່ຽວ ໃຫ້ ບໍລິສັດ ຮ່ວມພັດທະນາສີທັນດອນ ຈຳກັດ

Published on

ພິທີມອບ-ຮັບແຫຼ່ງທ່ອງທ່ຽວອຸທິຍານນ້ຳຕົກຕາດຄອນພະເພັງ ແລະ ອຸທິຍານນ້ຳຕົກຕາດສົມພະມິດ ລະຫວ່າງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ ແລະ ທ່ານ ລີຊຽງ (LI XIANG) ປະທານ ບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ເພື່ອໃຫ້ບໍລິສັດພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 11 ຕຸລາ ນີ້ ທີ່ແຂວງຈໍາປາສັກ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ຕາງໜ້າ ບໍລິສັດ ຮ່ວມພັດທະນາສີທັນດອນ ຈຳກັດ ໄດ້ລາຍງານກ່ຽວກັບໜ້າວຽກຕ່າງໆທີ່ຈະຕ້ອງໄດ້ສືບຕໍ່ປະຕິບັດພາຍຫຼັງທີ່ໄດ້ເຂົ້າພັດທະນາໃນ 2 ແຫຼ່ງທ່ອງທ່ຽວ ຊຶ່ງໜ້າວຽກທີ່ຈຸດສຸມດັ່ງນີ້:
1. ໂຄງການອຸທິຍານນໍ້າຕົກຕາດຄອນພະເພັງ ແລະ ອຸທິຍານນໍ້າຕົກຕາດສົມພະມິດ ແມ່ນຈະໄດ້ມີການປັບປຸງສິ່ງອຳນວຍຄວາມສະດວກຕ່າງໆທີ່ມີຢູ່ແລ້ວ (ເປ່ເພ) ກັບມານຳໃຊ້ໄດ້ເປັນປົກກະຕິ;
2. ເນື້ອທີ່ 51 ເຮັກຕາ ກໍານົດເປັນບ່ອນຈອດລົດສໍາລັບແຂກຮ້ານອາຫານ, ໂຮງແຮມ ແລະ ສິ່ງອຳນວຍຄວາມສະດວກຄົບຊຸດ ຄາດຄະເນຈະນຳໃຊ້ທຶນເຂົ້າໃສ່ທັງໝົດ 500.000 ໂດລາ, ສາມາດຮັບນັກທ່ອງທ່ຽວໄດ້ 5.000 ຄົນຕໍ່ມື້;
3. ໄດ້ສໍາເລັດການບຸກເບີກເນື້ອທີ່ 125 ເຮັກຕາ ເພື່ອສ້າງເປັນສວນສະໜຸກ, ຫໍພິພິທະພັນ, ຫໍວິທະຍາສາດ, ເຮືອນພັກຕາກອາກາດ (ໂຄງການເຫຼົ່ານີ້ແມ່ນຢູ່ໃນຂັ້ນຕອນຫານັກລົງທຶນ). ທີ່ສຳຄັນແມ່ນຈະໄດ້ຍົກລະດັບໃຫ້ພະນັກງານທີ່ຮັບເຂົ້າມາເຮັດວຽກກັບໂຄງການເປັນຕົ້ນ: ຝຶກທັກສະ ແລະ ສອນພາສາຕ່າງປະເທດ ເຮັດໃຫ້ສາມາດສື່ສານໄດ້ເປັນພາສາອັງກິດ ແລະ ພາສາຈີນ, ສ້າງໃຫ້ເປັນນັກຮັບຕ້ອນທີ່ດີ, ແມ່ບ້ານທີ່ດີ ແລະ ນັກປະສົມເຄື່ອງດື່ມທີ່ຊຳນານ ເພື່ອໃຫ້ແຂກກໍຄືນັກທ່ອງທ່ຽວເພິ່ງພໍໃຈ ແລະ ປະທັບໃຈກັບການບໍລິການ.

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...