Homeຂ່າວທ້ອງຖິ່ນບຸນຊ່ວງເຮືອທີ່ເມືອງຊຽງເງິນ

ບຸນຊ່ວງເຮືອທີ່ເມືອງຊຽງເງິນ

Published on

ວັນທີ 10 ຕຸລາ 2022 ນີ້ອົງການປົກຄອງເມືອງຊຽງເງິນໄດ້ຈັດງານບຸນຊ່ວງເຮືອປະຈຳປີ 2022 ມີການນຳຂອງແຂວງເມືອງອ້ອມຂ້າງ ພ້ອມດ້ວຍ ມວນຊົນ ແຂກທັງພາຍໃນແລະຕ່າງປະເທດເຂົ້າຮ່ວມ.

ໃນພິທີດັ່ງກ່າວ ທ່ານ ສົມແວວເພັດ ດວງປະສິດ ເຈົ້າເມືອງຊຽງເງິນ ປະທານຈັດບຸນໄດ້ກ່າວເປີດການແຂ່ງຂັນວ່າ: ທຸກປີພໍເຖີງມື້ຂື້ນ 15 ຄໍ່າເດືອນ 11 ປະຊາຊົນບັນດາເຜົ່າຊາວເມືອງຊຽງເງີນທີ່ຢູ່ລຽບສາຍນ້ຳຄານ ໄດ້ນຳເອົາເຮືອຊ່ວງຂອງຕົນເຂົ້າຮ່ວມແຂ່ງເພື່ອສະແດງເຖີງພາລະກຳລັງຂອງນັດສີພາຍເຮືອຊ່ວງ, ຄວາມສາມັກຄີລະຫວ່າງບ້ານຕໍ່ບ້ານ, ເມືອງຕໍ່ເມືອງ, ພ້ອມທັງເປັນການບູຊາພະຍານາກຕາມຮີດຄອງປະເພນີ ເພື່ອປົກກັກຮັກສາບ້ານເມືອງ ໃຫ້ມີຄວາມຈະເລີນຮຸ່ງເຮືຶອງ ແລະຢູ່ເຢັນເປັນສຸກຕະຫລອດໄປ. ສຳລັບ 3 ປີຜ່ານມາປະຊາຊົນຊາວເມືອງຊຽງເງິນບໍ່ໄດ້ຈັດບຸນຊ່ວງເຮືອຂື້ນ ຍ້ອນສະພາບການລະບາດຂອງພະຍາດໂຄວິດ 19 ເຮັດພຽງຄອບໄຂ່ວສາຍນ້ຳຕາມປະເພນີເທົ່ານັ້ນ.

ພາຍຫລັງລັດຖະບານໄດ້ເປີດຕ້ອນຮັບນັກທ່ອງທ່ຽວເຕັມຮູບແບບ ອົງການປົກຄອງເມືອງຈື່ງຕົກລົງຈັດງານບຸນຊ່ວງເຮືອຂື້ນອີກຄັ້ງເພື່ອຊຸກຍູ້ດ້ານການທ່ອງທ່ຽວຂອງເມືອງ ໃຫ້ມີຄວາມເບີກບານມ່ວນຊື່ນ ແລະມີຄວາມເຂັ້ມແຂງ. ໂອກາດນີ້ທ່ານໄດ້ຮຽກຮ້ອງໃຫ້ບັນດານັກສີພາຍເຮືອຊ່ວງພ້ອມກັນປະຕິບັດລະບຽບການແຂ່ງຂັນໃຫ້ເຂັ້ມງວດ ເພື່ອເຮັດໃຫ້ການແຂ່ງຂັນມີບັນຍາກາດທີ່ດີ.

ສຳລັບການແຂ່ງປີນີ້ ແມ່ນອົງການປົກຄອງບ້ານມູດເປັນເຈົ້າພາບໂດຍມີເຮືອຊ່ວງເຂົ້າຮ່ວມແຂ່ງຂັນທັງໝົດ 20 ລຳມາຈາກບັນດາບ້ານ-ສຳນັກງານ ອົງການພາຍໃນເມືອງ ແລະຕ່າງເມືອງ ແຂ່ງຂັນໃນຮູບແບບເສຍສອງລ່ອງແລ້ວຂັດອອກ ພ້ອມທັງຈັດອັນດັບທີ່, ສ່ວນເຮືອທີ່ເສຍໜື່ງລ່ອງສາມາດແຂ່ງໄປເຖີງຮອບຊີງຊະນະເລີດ ໂດຍຈະດຳເນີນເປັນເວລາໜື່ງວັນຈື່ງຈະສຳເລັດ.

ທີ່ມາ: ຂ່າວສານຫຼວງພະບາງ

ບົດຄວາມຫຼ້າສຸດ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າກອງແພດລົດໄຟເສນາຮັກ...

ກະຊວງ ອຄ ອອກຂໍ້ຕົກລົງ ວ່າດ້ວຍການປະຕິບັດວຽກງານກວດກາການຄ້າ

ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ ວ່າດ້ວຍການປະຕິບັດວຽກງານກວດກາການຄ້າ ເລກທີ 2997/ອຄ ລົງວັນທີ 01 ກັນຍາ 2026 ແຫຼ່ງທີ່ມາ: ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ...

ເຈົ້າໜ້າທີ່ ໄດ້ດໍາເນີນການກວດກາກ່ຽວກັບທີ່ດິນ ແລະ ສິ່ງປຸກສ້າງບໍ່ມີໃບອະນຸຍາດຖືກຕ້ອງຕາມລະບຽບ

ໃນວັນທີ 3 ກັນຍາ 2026 ເຈົ້າໜ້າທີ່ສະເພາະກິດພະແນກ ໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ສົມທົບກັບອໍານາດການປົກຄອງເມືອງຫາດຊາຍຟອງ, ພະແນກການອ້ອມຂ້າງ ນວ, ເຈົ້າໜ້າທີ່ ປກສ, ລັດວິສາຫະກິດໄຟຟ້າລາວ,...