spot_img
Homeຂ່າວພາຍ​ໃນວັນສ້າງຕັ້ງສາຍພົວພັນການທູດລະຫວ່າງລາວ-ຣັດເຊຍ

ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງລາວ-ຣັດເຊຍ

Published on

ກະຊວງປ້ອງກັນປະເທດຮ່ວມກັບສະຖານທູດຣັດເຊຍປະຈໍາລາວ ຈັດທິທີປາຖະກະຖາວັນສ້າງຕັ້ງສາຍພົວພັນການທູດລະຫວ່າງລາວ-ຣັດເຊຍ ວັນທີ 7 ຕຸລາ ຄົບຮອບ 62ປີ ໃນຕອນເຊົ້າວັນທີ 6 ຕຸລາ 2022 ຢູ່ຫ້ອງປະຊຸມໃຫຍ່ ກົມໃຫຍ່ການເມືອງກອງທັບ ມີພົນເອກ ຈັນສະຫມອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານວາລາດີເມຍ ກາລີນີນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ເເຫ່ງສະຫະພັນຣັດເຊຍ ປະຈໍາລາວ, ມີຄະນະພັກ-ຄະນະນໍາ,ພະນັກງານຫລັກເເຫລ່ງ, ນາຍເເລະພົນຫານ ອ້ອມຂ້າງກະຊວງປ້ອງກັນປະເທດ ພ້ອມດ້ວຍເເຂກຖືກເຊີນເຂົ້າຮ່ວມ.

ໂອກາດນີ້ ພົນໂທທອງລອຍ ສິລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີ ຫົວຫນ້າກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ມີຄໍາເຫັນໃນພິທີວ່າ:ປະຫວັດເເຫ່ງການຕໍ່ສູ້ປົດປ່ອຍຊາດ ຂອງປະຊາຊົນລາວບັນດາເຜົ່າລ້ວນເເຕ່ໄດ້ຕິດພັນຢ່າງສະນິດເເຫນ້ນ,ເລິກເຊີ່ງກັບໄຊຊະນະອັນຍີ່ງໃຫຍ່ຂອງປະຊາຊົນຣັດເຊຍ ໂດຍສະເພາະການປະຕິວັດເດືອນຕຸລາຣັດເຊຍປີ1917 ເເລະ ໄຊຊະນະປົກປ້ອງປີຕຸພູມ ໃນສົງຄາມໂລກຄັ້ງທີ2 ໄຊຊະນະຂອງກອງທັບເເດງໂຊຫວຽດ ເຮັດໃຫ້ສົງຄາມໂລກຄັ້ງທີ2ຢຸດຕິລົງ ເປັນບ່ອນອີງພືນຖານສໍາຄັນເຮັດໃຫ້ສັງຄົມນີຍົມຂະຫຍາຍຕົວຢ່າງກວ້າງຂວາງ ເເລະ ເເຂງເເຮງ ສ້າງທ່ວງທ່າໃຫມ່ຍາດໄດ້ໄຊຊະນະ ໃນການຕໍ່ສູ້ຕ້ານລັດທິລ່າເມືອງຂື້ນເເບບເກົ່າເເລະໃຫມ່ ດັ່ງນັ້ນໃນມະຕິ6 ສະໄຫມທີ1ຂອງພັກປະຊາຊົນປະຕິວັດລາວ ພັກໄດ້ວາງເເນວທາງການຕ່າງປະເທດຢ່າງເເທດເຫມາະ ສອດຄ່ອງກັບສະພາບເງື່ອນໄຂຕົວຈີງ ໄດ້ເພີ່ມທະວີການພົວພັນທາງດ້ານເສດຖະກິດ ເເລະ ວັດທະນະທໍາກັບປະເທດຫວຽດນາມ,ຈີນ ລວມເຖີງບັນດາປະເທດສັງຄົມນິຍົມ,ກ້າວໄປເຖິງການສ້າງຕັ້ງສາຍພົວພັນທາງການທູດກັບບັນດາປະເທດສັງຄົມນິຍົມ ດ້ວຍເເນວທາງອັນຖືກຕ້ອງຂອງພັກ ສົມທົບກັບການເຄື່ອນໄຫວການຕ່າງປະເທດທີ່ເປັນຜົນດີໃຫ້ເເກ່ກໍາລັງປະຕິວັດ ບັນດາປະເທດຮັກຫອມສັນຕິພາບໃນໂລກ ມາເຖີງວັນທີ 7ຕຸລາ1960 ລັດຖະບານລາວໄດ້ສ້າງຕັ້ງສາຍພົວພັນທາງການທູດກັບອະດີດສະຫະພາບໂຊຫວຽດ ກໍ່ຄືສະຫະພັນຣັດເຊຍ ໃນປັດຈຸບັນ ເຊີ່ງປີນີ້ຄົບຮອບ62ປີ.

ໂອກາດດຽວກັນນີ້ ທ່ານວາລາດີເມຍ ກາລີນີນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ເເຫ່ງສະຫະພັນຣັດເຊຍ ປະຈໍາລາວມີຄໍາເຫັນວ່າ: ນັບເເຕ່ຣັດເຊຍ ເເລະລາວໄດ້ຕັ້ງສ້າງຕັ້ງສາຍພົວພັນທາງການທູດຮ່ວມກັນຍີ່ງເຮັດໃຫ້ສອງປະເທດພວກເຮົາມີຄວາມຜູກພັນ ສະຫນີດສະຫນົມກັນຫລາຍຂື້ນເເລະນັບມື້ກ້າວເຂົ້າສູ່ລວງເລີກ ດ້ວຍເເນວທາງນະໂຍບາຍທີ່ຖືກຕ້ອງສອດຄ່ອງ ເເລະ ເເນວຄິດທີ່ຄ້າຍຄືກັນຕໍ່ບັນດາບັນຫາຕົ້ນຕໍຂອງໂລກ ເເລະ ຂົງເຂດ ເຮັດໃຫ້ສອງປະເທດພວກເຮົາມີຜົນສໍາເລັດໃນການປະສານງານກັນໃນເວທີສາກົນ, ພ້ອມດຽວກັນສອງປະເທດຣັດເຊຍ-ລາວຍັງສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍໃນລະດັບສູງ ເເລະ ອື່ນໆ ຄຽງຄູ່ກັນນີ້ຣັດເຊຍຈະສືບຕໍ່ໃຫ້ການຊ່ວຍເຫລືອລາວຢ່າງຕໍ່ເນື່ອງໃນທຸກຂົງເຂດວຽກງານ ໂດຍສະເພາະການພັດທະນາຊັບພະຍາກອນມະນຸດໃນຂົງເຂດການສຶກສາ, ວຽກງານການທະຫານ, ສາທາລະນະສຸກ, ການພັດທະນາພື້ນຖານໂຄງລ່າງ ລວມເຖີງດ້ານຕ່າງໆອີກຈໍານວນຫນື່ງ.

ທີ່ມາ: Lao National Radio

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...