spot_img
Homeຂ່າວພາຍ​ໃນປະກາດ​ການ​ແຕ່ງຕັ້ງ​ຫົວໜ້າ​ຫ້ອງ​ພະລາທິການ ທະຫານ​ແຂວງ​ວຽງ​ຈັນ

ປະກາດ​ການ​ແຕ່ງຕັ້ງ​ຫົວໜ້າ​ຫ້ອງ​ພະລາທິການ ທະຫານ​ແຂວງ​ວຽງ​ຈັນ

Published on

ໃນວັນ​ທີ 27 ກັນຍາ ຜ່ານມາ, ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ໄດ້​ປະກາດ​ການ​ແຕ່ງຕັ້ງ​ຫົວໜ້າ​ຫ້ອງ​ພະລາທິການ​ທະ ຫານ​ແຂວງ​ວຽງ​ຈັນ ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ ​ຈັດຕະວາ ບຸນ​ສູງ ຢາ​ທໍ່​ຕູ້ ກຳມະ ການ​ຄະນະ​ພັກ​ກະຊວງ​ປ້ອງກັນ ​ປະເທດ ຮອງ​ຫົວໜ້າ​ກົມ​ໃຫຍ່​ພະ ລາທິການ​ກອງທັບ, ມີ ​ສະຫາຍ ພົນ​ຈັດຕະວາ ບຸນ​ມາ ວົງ​ດາລາ ແສນ ຫົວໜ້າ​ການ​ທະຫານ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ອົງການ 5 ຫ້ອງ, ພະແນກການ, ກອງ​ບັນຊາ​ການ​ທະຫານ​ເມືອງ, ກອງພັນ​ນ້ອຍ, ກອງຮ້ອຍ​ເອກະ ລາດ, ໂຮງຮຽນ, ໂຮງໝໍ, ແຂກ ​ຖືກ​ເຊີນ ເຂົ້າ​ຮ່ວມ.

ສະຫາຍ ພັນ​ໂທ ບົວ​ຄຳ ພົມມາ​ໄຊ ຮອງ​ຫົວໜ້າ​ກົມ​ເສ ນາ-ພະ​ລາ​ກົມ​ໃຫຍ່​ພະລາທິການ​ກອງທັບ, ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ ​ການ​ແຕ່ງຕັ້ງ​ຫົວໜ້າ​ຫ້ອງ​ພະລາທິການ​ທະຫານ​ແຂວງວຽງ​ຈັນ. ອີງ​ຕາມກົດໝາຍນາຍ​ທະ ຫານ​ກອງທັບ​ປະຊາຊົນ​ລາວ (ສະບັບ​ປັບປຸງ) ໃນ​ພາກ​ທີ II ໝວດ​ທີ 4 ມາດຕາ​ທີ 26 ວ່າ​ດ້ວຍ​ ການແຕ່ງຕັ້ງ, ຍົກຍ້າຍນາຍ​ທະ ຫານ, ກະຊວງ​ປ້ອງ​ກັນ​ປະເທດ ຕົກລົງ​ແຕ່ງຕັ້ງ ສະຫາຍ ພັນໂທ ທອງ​ໄຊ ພັນ​ສະໄໝ ເປັນຫົວ ໜ້າຫ້ອງ​ພະລາທິການກອງ​ບັນ ຊາ​ການ​ທະຫານ​ແຂວງວຽງຈັນ ປ່ຽນແທນ ສະຫາຍ ພັນ​ເອກ ບຸນ​ຜອງ ບຸດ​ທະ​ວົງ ທີ່​ຂຶ້ນ​ເປັນ​ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ, ແຕ່ງຕັ້ງ​ ສະຫາຍ ພັນ​ໂທ ເກດ​ອຳພອນ ສີ​ບົວ​ລິ​ພາ ເປັນ​ຫົວໜ້າ​ພະ​ແນກ​ພະລາທິການ ກອງ​ບັນ ຊາ​ການ​ທະຫານ​ເມືອງ​ວຽງ​ຄຳ, ສະຫາຍ ພັນ​ໂທ ຄຳ​ເພັດ ຄຳ​ມູນ ເປັນ​ຫົວໜ້າ​ພະ​ແນກ​ພະລາທິການ ກອງ​ບັນຊາ​ການ​ທະຫານ​ເມືອງ​ຫີນ​ເຫີບ, ສະຫາຍ ພັນ​ຕີ ທອງ​ຈັນ ລໍ​ຈົ່ງ​ເຕັງ ເປັນ​ຮອງ​ຫົວໜ້າ​ພະ​ແນກ​ເສນາ​ຮັກ.

ນອກ​ນີ້ ຍັງ​ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ແຕ່ງຕັ້ງ ​ສະຫາຍ ພັນ​ໂທ ນາງ ພອນ​ແກ້ວ ແກ່ນ​ວົງສາ ເປັນ​ຫົວໜ້າ​ການເມືອງ​ໂຮງໝໍ 30 ຕຽງ, ສະຫາຍ ພັນ​ຕີ ລີນີ ພີມ​ມະ​ສອນ ເປັນ​ຮອງ​ຫົວໜ້າ​ການເມືອງ​ໂຮງໝໍ 30 ຕຽງ ແລະ ຜ່ານ​ມະຕິ​ຕົກລົງ​ຂອງ​ຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ວ່າ​ດ້ວຍ​ການ​ບົ່ງ​ຕົວ​ແຕ່ງຕັ້ງ​ເລຂາ-ຮອງ​ເລຂາ ແລະ ກຳມະການ​ຄະນະ​ພັກ​ຮາກ​ຖານ​ຫ້ອງ​ພະລາທິການ ໂດຍ​ແຕ່ງຕັ້ງ ສະຫາຍ ພັນ​ໂທ ທອງ​ໄຊ ພັນ​ສະໄໝ ເປັນ​ເລຂາ​ຄະນະ​ພັກ​ຮາກ​ຖານ, ສະຫາຍ ພັນ​ໂທ ແນ ມະນີ​ວົງ ເປັນ​ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ, ສະຫາຍ ພັນ​ໂທ ຄຳ​ພູ ວໍລະ​ວົງ ເປັນ​ກຳມະການ​ຄະນະ​ພັກ​ຮາກ​ຖານ.

ແຫຼ່ງຂ່າວ: Lao people Army News

ບົດຄວາມຫຼ້າສຸດ

img4

ລວມ 9 ອາຊີບມາແຮງໃນປັດຈຸບັນ

ໃນຍຸກປັດຈຸບັນຕະຫຼາດແຮງງານທີ່ກຳລັງເຕີບໃຫຍ່ຢ່າງໄວວາ ໂດຍໄດ້ຮັບອິດທິພົນມາຈາກ ແທັກໂນໂລຢີ ແລະ ພຶດຕິກຳຂອງຜູ້ຊົມໃຊ້ທີ່ປ່ຽນໄປ ເຮັດໃຫ້ທິດທາງການຫາວຽກຂອງແຮງງານເລີ່ມມີຄວາມທ້າທາຍຂຶ້ນ. ສະນັ້ນ, ທີມງານລາວໂພສຈຶ່ງໄດ້ລວບລວມບັນດາອາຊີບທີ່ມາແຮງ ແລະ ຕ້ອງການໃນຕະຫຼາດແຮງງານຫຼາຍທີ່ສຸດ ໃນປີ 2025 ມາເບິ່ງພ້ອມກັນເລີຍວ່າຈະມີອາຊີບໃດແນ່. 1 ນັກພັດທະນາປັນຍາປະດິດ...

ພິທີວາງສີລາລຶກການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມແຫ່ງໃໝ່

ສະຫະລັດອາເມຣິກາ ແລະ ສປປ ລາວ ສະເຫຼີມສະຫຼອງ ພິທີວາງ ສີລາລຶກ ການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມ ແຫ່ງໃໝ່ຂອງພາສີລາວ ນະຄອນຫຼວງວຽງຈັນ, ສປປ ລາວ, ວັນ​ທີ...

ແກ້ງຢານາຣົກຕີນຽນ! ໃສ່ປ້າຍລົດລັດຂົນຢາບ້າກວ່າ 10 ລ້ານເມັດຜ່ານຈຸດກວດ ສຸດທ້າຍຖືກເຈົ້າໜ້າທີ່ົໄລ່ຍິງ

ໄລ່ຍິງສະນັ່ນ! ເຈົ້າໜ້າທີ່ຕຳຫຼວດໄລ່ຍິງກຸ່ມແກ້ງຄ້າຢາເສບຕິດ ໂດຍການໃສ່ປ້າຍລົດລັດ. ໃນຄັ້ງວັນທີ 10 ພຶດສະພາ 2025 ທາງເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກິ່ງໄດ້ເຮັດວຽກກວດກາຍານພາຫະນະເປັນປົກກະຕິ, ຮອດເວລາປະມານ 11 ໂມງ 00 ນາທີ ໄດ້ມີລົດຟໍຈູນເນີ ສີປອນ...