spot_img
Homeຂ່າວທ້ອງຖິ່ນງານເທດສະການໝາກກ້ຽງຫວານ ເມືອງນ້ຳບາກ ແຂວງຫຼວງພະບາງ

ງານເທດສະການໝາກກ້ຽງຫວານ ເມືອງນ້ຳບາກ ແຂວງຫຼວງພະບາງ

Published on

ວັນທີ 21 ກັນຍາ 2022 ຜ່ານມານີ້ ອົງການປົກຄອງເມືອງນໍ້າບາກ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປືກສາຫາລື ເພື່ອກະກຽມຄວາມພ້ອມ ໃນການຈັດງານ ເທດສະການໝາກກ້ຽງນ້ຳບາກປະຈຳປີ 2022 ໂດຍເປັນປະທານຂອງ ທ່ານ ບຸນທັນ ຈັນທະສັກ ຮອງເຈົ້າເມືອງນ້ຳບາກ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານທີ່ຮັບຜິດຊອບ ພ້ອມດວ້ຍອົງການປົກຄອງ 14 ບ້ານທີ່ກ່ຽວຂອງ ເຂົ້າຮ່ວມ.

ທ່ານ ວັນແພງ ອຸດທະວີສັກ ຫົວໜ້າຫ້ອງວ່າການເມືອງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງນ້ຳບາກ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ-ອານຸກຳມະການຕ່າງໆ, ຜ່ານແຜນດຳເນີນງານເທດສະການຫມາກກ້ຽງນ້ຳບາກ ປະຈຳປີ 2022, ໂດຍກຳນົດເປັນເວລາ 2 ວັນ,ເຊີ່ງຈະມີກິດຈະກຳທີ່ຫຼາກຫຼາຍ ເປັນຕົ້ນ ງານວາງສະແດງຂາຍຜົນຜະລິດຂອງຫມາກກ້ຽງ, ການປະກວດລົດຊາດໝາກກ້ຽງ, ປະກວດນາງສາວໝາກກ້ຽງ, ງານວາງສະແດງສິນຄ້າຫັດຖະກຳແຜ່ນແພ ຍອມສີທຳມະຊາດ ທີ່ເປັນເອກະລັກ, ອາຫານພື້ນບ້ານ, ຜະລິດຕະພັນໄຄແຜ່ນ, ສະແດງສີລະປະວັນນະຄະດີ, ການເດີນຂະບວນກ້ອນກໍາລັງຂອງຊາວບ້ານ ທີ່ຕິດພັນກັບການປູກໝາກກ້ຽງ 14 ຂະບວນ, ຂະບວນບ້ານທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມ ບ້ານນາຍາງໃຕ້ ແລະອື່ນໆ.

ການຈັດງານຄັ້ງນີ້ ເພື່ອເປັນການພື້ນຟູ ແລະສົ່ງເສີມການທ່ອງທ່ຽວ ຕິດພັນກັບການອານຸລັກຮັກສາ ແລະສົ່ງເສີມມູນເຊື້ອ ຄວາມດຸໝັ່ນຂອງຊາວກະສິກອນ ສວນໝາກກ້ຽງ ໃຫ້ມີຄວາມຍືນຍົງຕະຫຼອດໄປ.

ວາລະກອງປະຊຸມ ຜູ້ເຂົ້າຮ່ວມ ໄດ້ປະກອບຄຳເຫັນ ກ່ຽວກັບຮູບແບບຂອງການຈັດງານ, ຮູບແບບຂອງການປະກວດ ແລະຂະບວນການຕ່າງໆ ເພື່ອເຮັດໃຫ້ມີຄວາມເປັນເອກະພາບກັນ ເຮັດໃຫ້ການຈັດງານມີຄວາມເບີກບານມ່ວນຊື່ນ, ຮັກສາໄດ້ເອກະລັກວັດທະນະທຳ, ເປັນການດຶງດູດນັກທ່ອງທ່ຽວ ໃຫ້ມາທ່ຽວມາຊົມ ທັງເປັນການສ້າງຮັບໃຫ້ປະຊາຊົນ, ຈາກນັ້ນ ຈະໄດ້ມີການລາຍງານໜ້າວຽກແຕ່ລະໄລຍະ, ມີການຝຶກຊ້ອມຂະບວນການຕ່າງໆ ຄາດວ່າງານເທດສະການໝາກກ້ຽງນ້ຳບາກ ຈະໄດ້ຈັດຂື້ນໃນທ້າຍເດືອນຕຸລາ ປີ 2022 ນີ້.

ແຫຼ່ງຂ່າວ: ພອນສັກ ສິງດາລັກ (ນັກຂ່າວເມືອງນ້ຳບາກ)ງານເທດສະການໝາກກ້ຽງຫວາ

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...