spot_img
Homeຂ່າວຕ່າງປະເທດກຸ່ມໄອເອັສ ປະກາດໃຊ້ເງິນສະກຸນເກົ່າຂອງອິດສະລາມ ໃນພື້ນທີ່ຍຶດຄອງ

ກຸ່ມໄອເອັສ ປະກາດໃຊ້ເງິນສະກຸນເກົ່າຂອງອິດສະລາມ ໃນພື້ນທີ່ຍຶດຄອງ

Published on

579278-01

 

ກຸ່ມກໍ່ການຮ້າຍລັດອິດສະລາມ ຫລື ໄອເອັສ (IS) ໄດ້ປະກາດໃຊ້ເງິນຫລຽນດີນາຣ໌ ສະກຸນເງິນເກົ່າ ໃນເຂດພື້ນທີ່

ທີ່ຕົນຄວບຄຸມ ຫວັງປົດຕົນເອງອອກຈາກລະບົບການເງິນໂລກ.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ກຸ່ມກໍ່ການຮ້າຍລັດອິດສະລາມ ຫລື ກຸ່ມໄອເອັສ ໄດ້ປະກາດນຳໃຊ້ສະກຸນເງິນ

ຂອງຕົນເອງ ໃນເຂດພື້ນທີ່ທີ່ຕົນເອງຍຶດຄອງ ເພື່ອປົດປ່ອຍຕົນເອງອອກຈາກລະບົບເສດຖະກິດຂອງໂລກ ໂດຍ

ກຸ່ມໄອເອັສ ໄດ້ຊື່ວ່າເປັນກຸ່ມກໍ່ການຮ້າຍຫົວຮຸນແຮງທີ່ຮັ່ງມີທີ່ສຸດໃນໂລກ ເຊິ່ງໄດ້ປະກາດໃນວັນທີ 13 ພະຈິກຜ່ານ

ມານີ້ວ່າ ກຳລັງກຽມທີ່ຈະນຳເອົາເງິນຫລຽນດີນາຣ໌ ເຊິ່ງເປັນສະກຸນເງິນບູຮານຂອງອິດສະລາມກັບມາໃຊ້ ໂດຍຜູ້ທີ່

ຄວບຄຸມດ້ານການເງິນຂອງລັດ ໄດ້ອອກມາປະກາດດ້ວຍຕົນເອງວ່າ ການປ່ຽນແປງດັ່ງກ່າວ ຈະເກີດຂຶ້ນໃນໄວໆ

ນີ້ ແລະ ຈະມີການຊີ້ແຈງອັດຕາຄ່າເງິນໃນພື້ນທີ່ອື່ນໆອີກດ້ວຍ.

 

ແຫລ່ງຂ່າວໄດ້ລະບຸວ່າ ເງິນຫລຽນດີນາຣ໌ ແມ່ນເປັນສະກຸນເງິນດັ້ງເດີມທີ່ໃຊ້ກັນໃນສະໄໝຊຸມປີ ຄສ 634 ຢູ່ໃນບັນ

ດາປະເທດອິດສະລາມໃນເມື່ອກ່ອນ.

 

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...