ສາເຫດຂອງອຸບັດຕິເຫດທີ່ເກີດຂຶ້ນ ຢູ່ໄຟອຳນາດທາດຫຼວງ

0
2677

ທ່ານ ພັທ ອໍາພອນ ຄໍາອຸ່ນທອນ ຮອງພະແນກຊີ້ນໍາຈາລະຈອນ ເມືອງໄຊເສດຖາ ໄດ້ໃຫ້ສໍາພາດຕໍ່ວິທະຍຸ ກະຈາຍສຽງແຫ່ງຊາດ ວັນທີ 19 ກັນຍາ 2022 ຜ່ານມານີ້ວ່າ:

ເວລາ 15:00 ໂມງ ຂອງວັນທີ 16 ກັນຍາ ທີ່ຜ່ານມາ, ເກີດອຸບັດເຫດລົດຕໍາ 7 ຄັນຊ້ອນ ຢູ່ 4 ແຍກໄຟອໍານາດທາດຫຼວງ, ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຄື: ໃນນັ້ນເປັນລົດຈັກ 5 ຄັນ ແລະ ລົດໃຫຍ່ 2 ຄັນ.

ຕົ້ນເຫດຂອງອຸບັດເຫດແມ່ນລົດຈິບຟໍຈູນເນີ ທີ່ຂັບຂີ່ມາແຕ່ທາດຫຼວງ ເພື່ອຈະລ້ຽວໄປທາງບຶງທາດຫຼວງ ເມື່ອມາຮອດຈຸດເກີດເຫດຜູ້ກ່ຽວທີ່ຂັບລົດຈິບຟໍຈູນເນີ ບໍ່ໄດ້ເບິ່ງໄຟອໍານາດ ແລະ ບໍ່ເຫັນລົດທີ່ລໍຖ້າໄຟອຳນາດ ຜູ້ກ່ຽວຈິ່ງໄດ້ລ້ຽວເລີຍ ເຮັດໃຫ້ຕໍາເອົາລົດຈັກ 5 ຄັນ ທີ່ຈອດຖ້າໄຟອຳນາດ ຫຼັງຈາກຕຳກັບລົດຈັກແລ້ວກໍໄປຕຳກັບລົດໃຫຍ່ 2 ຄັນ ທີ່ກຳລັງແລ່ນຜ່ານໄຟຂຽວ ທີ່ມາຈາກເສັ້ນທາງໄອເຕັກ

ຜົນເສຍຫາຍແມ່ນເຮັດໃຫ້ພາຫະນະເປເພ ຄົນເຈັບເລັກໜ້ອຍ ເນື່ອງຈາກລົດມາຊ້າ ຫຼັງຈາກຕຳຜູ້ຂັບຂີ່ລົດຈັກກໍໂດດອອກຈາກລົດ ເບື້ອງຕົ້ນພົບວ່າ ສາເຫດຂອງການເກີດອຸບັດເຫດຄັ້ງນີ້ແມ່ນຜູ້ຂັບຂີ່ລົດຟໍຈູນເນີມີອາການມຶນເມົາ ຈາກການດື່ມເອວກໍຮໍ  ສຳລັບຜົນເສຍຫາຍທີ່ເກີດຂຶ້ນຜູ້ກ່ຽວຍອມຮັບຜິດຊອບສ້ອມແປງ ແລະ ປິ່ນປົວຄູ່ກໍລະນີ້ທັງໝົດ.