spot_img
Homeຂ່າວຕ່າງປະເທດຜູ້ນຳຈີນກຽມພົບກັບຜູ້ນຳຣັດເຊຍເປັນຄັ້ງທຳອິດຫຼັງຈາກທີ່ມີການລະບາດຂອງໂຄວິດ-19

ຜູ້ນຳຈີນກຽມພົບກັບຜູ້ນຳຣັດເຊຍເປັນຄັ້ງທຳອິດຫຼັງຈາກທີ່ມີການລະບາດຂອງໂຄວິດ-19

Published on

ປະທານາທິບໍດີ ສີ ຈິ້ນຜິງ ກຽມການເດີນທາງອອກນອກປະເທດເປັນຄັ້ງທຳອິດ ນັບຕັ້ງແຕ່ເກີດການລະບາດຂອງໂຄວິດ-19 ໃນອາທິດນີ້ ເພື່ອໄປພົບປະຫາລືກັບຜູ້ນຳຣັດເຊຍ.

ທ່ານ ສີ ຈິ້ນຜິງ ປະທານາທິບໍດີຂອງຈີນ ກຽມການເດີນທາງອອກຈາກຈີນໃນອາທິດນີ້ ໂດຍມີການກຳນົດພົບປະຫາລືກັບປະທານາທິບໍດີ ວະລາດິເມຍ ປູຕິນ ຜູ້ນຳຣັດເຊຍ ໃນຊ່ວງເວລາທີ່ນາໆຊາດພາກັນຂວ້ຳບາດຣັດເຊຍ ນັບວ່າການຢ້ຽມຢາມຣັດເຊຍເທື່ອນີ້ ເປັນການເດີນທາງອອກນອກປະເທດຈີນຄັ້ງທຳອິດ ນັບຕັ້ງແຕ່ມີການລະບາດຂອງໂຄວິດ-19 ບໍ່ນັບການເດີນທາງໄປຮົງກົງ ໂດຍທ່ານ ສີ ຈິ້ນຜິງ ຈະເຂົ້າຢ້ຽມຢາມຄາຊັກສະຖານ ໃນວັນພຸດ ທີ 14 ກັນຍາ ກ່ອນທີ່ຈະເຂົ້າໄປຮ່ວມການປະຊຸມ Shanghai Cooperation Organization ທີ່ມີຈີນເປັນແກນນຳ ທີ່ປະເທດອຸສເບກິສຖານ ໃນຊ່ວງທ້າຍອາທິດ ເຊິ່ງຈະໄດ້ພົບກັບທ່ານ ວະລາດິເມຍ ປູຕິນ ຢ່າງໃດກໍຕາມທັງສອງປະເທດຍັງບໍ່ເປີດເຜີຍລາຍລະອຽດຂອງການຫາລືເທື່ອ.

ໂດຍນັບຕັ້ງແຕ່ ປະທານາທິບໍດີ ສີ ຈິ້ນຜິງ ຂຶ້ນດຳລົງຕຳແໜ່ງໃນປະ 2014 ລາວເຄີຍພົບທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ມາແລ້ວ 38 ເທື່ອ ແຕ່ລາວຍັງບໍ່ເຄີຍພົບຫາລືກັບ ທ່ານ ໂຈ ໄບເດນ ປະທານາທິບໍດີອາເມຣິກາ ແບບເຊິ່ງໜ້າ ນັບຕັ້ງແຕ່ລາວໄດ້ເຂົ້າຮັບຕຳແໜ່ງໃນປິ 2021.

ແຫຼ່ງຂ່າວຈາກ ຣອຍເຕີ

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...