spot_img
Homeຂ່າວຕ່າງປະເທດບຣາຊິນສັ່ງຫ້າມຂາຍ Iphone ຖ້າບໍ່ມີຫົວສາກແຖມມາໃນກ່ອງ

ບຣາຊິນສັ່ງຫ້າມຂາຍ Iphone ຖ້າບໍ່ມີຫົວສາກແຖມມາໃນກ່ອງ

Published on

ລັດຖະບານບຣາຊິນ ສັ່ງຫ້າມຂາຍ Iphone ພ້ອມທັງສັ່ງປັບໄໝ ບໍລິສັດແອັບເປິນ ຈຳນວນ 2,3 ລ້ານໂດລາສະຫະລັດ ຍ້ອນວ່າບໍລິສັດແອັບເປິນ ບໍ່ແຖມຫົວສາກ Iphone ມາໃນກ່ອງ.

ຈາກການເປີດໂຕ Iphone 12 ເປັນຄັ້ງທຳອິດທີ່ ບໍລິສັດແອັບເປິນ ປະກາດວ່າຈະບໍ່ແຖມຫົວສາກໄປນຳ ເນື່ອງຈາກຕ້ອງການຫຼຸດຂີ້ເຫຍື້ອທີ່ມາຈາກເຄື່ອງໃຊ້ອີເລັກໂທນິກ ໄປຈົນຮອດພື້ນທີ່ການຂົນສົ່ງສິນຄ້າເພື່ອການປະຢັດພະລັງງານ ຫຼຸດການປ່ອຍກາກບອນ.

ນະໂຍບາຍນີ້ ເຮັດໃຫ້ບຣາຊິນບໍ່ພໍໃຈ ລ່າສຸດລັດຖະບານບຣາຊິນ ສັ່ງຢຸດການວາງຂາຍຈຳໜ່າຍ Iphone 12-13.

ນອກຈາກນີ້ ກະຊວງຍຸດຕິທຳ ແລະ ຄວາມໝັ້ນຄົງຂອງສາທາລະນະ ໄດ້ສັ່ງປັບໄໝ ບໍລິສັດແອັບເປິນ ເປັນຈຳນວນ 2,3 ລ້ານໂດລາ ແລະ ຍົກເລີກການຈົດທະບຽນ Iphone 12 ກັບ กับ Anatel ທີ່ເປັນໜ່ວຍງານດ້ານໂທລະຄົມມະນາຄົມ.

ປັດຈຸບັນ Iphone 14 ໄດ້ມີການເປີດໂຕໄປໃນວັນທີ 8 ກັນຍາ 2022 ແລະ ກໍ່ບໍ່ມີຫົວສາກແຖມມານຳກ່ອງຄືເກົ່າ.

ເຖິງວ່າລັດຖະບານບຣາຊິນຈະຫ້າມຈຳໜ່າຍ Iphone ກໍ່ຕາມ ແຕ່ເມື່ອເຂົ້າໄປໃນເວັປໄຊ້ແອັບເປິນ ຂອງບຣາຊິນ ກໍຍັງພົບວ່າ ສາມາດຊື້ Iphone 12-13 ໄດ້ຕາມປົກກະຕິ.

ທາງດ້ານໜ່ວຍຄຸ້ມຄອງຜູ້ບໍລິໂພກຂອງບຣາຊິນ ລະບຸວ່າ ການທີ່ບໍລິສັດແອັບເປິນ ບໍ່ແຖມຫົວສາກອະແດັບເຕີ ມາໃນກ່ອງ Iphone ຖືວ່າບໍ່ໄດ້ເປັນການຫຼຸດຂີ້ເຫຍື້ອອີເລັກໂທນິກ ແຕ່ກັບເປັນພາລະໃຫ້ກັບຜູ້ບໍລິໂພກ ທີ່ຕ້ອງໄດ້ໄປຊອກຊື້ເພີ່ມເຕີມ ນອກຈາກນີ້ ບໍລິສັດແອັບເປິນ ໜ້າຈະມີທາງອື່ນທີ່ສາມາດເຮັດໄດ້ ເຊັ່ນ ການປ່ຽນໄປໃຊ້ພັອດ USB-C ເປັນຕົ້ນ.

ແຫຼ່ງຂ່າວຈາກ THE VERGE

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...