spot_img
Homeຂ່າວຢາເສບຕິດປກສ ຫຼວງພະບາງ ຢຶດຢາເສບຕິດໄດ້ 2 ໂຕ່ນກວ່າ ຈັບເປົ້າໝາຍໄດ້ 2 ຄົນ.

ປກສ ຫຼວງພະບາງ ຢຶດຢາເສບຕິດໄດ້ 2 ໂຕ່ນກວ່າ ຈັບເປົ້າໝາຍໄດ້ 2 ຄົນ.

Published on

ເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງ ຫຼວງພະບາງ ຍຶດຢາເສບຕິດໄດ້ ຈໍານວນ 67 ເປົາ ນໍ້າໜັກ 2.175 ກິໂລກຣາມ ພ້ອມກັກຕົວຜູ້ຖືກຫາໄດ້ 02 ຄົນ.

ໃນວັນທີ 18 ສິງຫາ ປີ 2022 ເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງ ຫຼວງພະບາງ ໄດ້ຕົກລົງໃຫ້ກອງບັນຊາການ ປກສ ເມືອງນານ ຕັ້ງຈຸດກວດກາຕິດຕາມສະພາບຮອບດ້ານຂອງວຽກງານວິຊາສະເພາະຢູ່ສົ້ນຂົວຂ້າມນ້ຳຂອງ ປາກຄອນ-ທ່າເດື່ອ 01 ຈຸດ ແລະ ຈຸດບ້ານປ່າໄຜ່ ເທດສະບານເມືອງນານ ແຂວງຫລວງພະບາງ ຈົນເຖິງເວລາ ເວລາ 04 ໂມງ ເຊົ້າ ຂອງວັນທີ 19 ສິງຫາ 2022 ຈຶ່ງໄດ້ພົບເຫັນລົດບັນທຸກ 12 ລໍ້ ສີຂາວ ປ້າຍທະບຽນ ກຳແພງນະຄອນ ບຂ 8333 ຂັບຂີ່ມາຮອດຈຸດກວດກາ, ເຈົ້າໜ້າທີ່ວິຊາສະເພາະຈຶ່ງໄດ້ໃຫ້ສັນຍານຢຸດລົດຄັນດັ່ງກ່າວ ເພື່ອທຳການກວດກາ.

ຜ່ານການ ກວດຄົ້ນລົດ ຕົວຈິງ ຈຶ່ງພົບເຫັນຂອງກາງຢາເສບຕິດ ທັງໝົດ 67 ເປົາ ນ້ຳໜັກ 2.175 ກິໂລກຣາມ ທີ່ຊຸກເຊື່ອງໄວ້ ຢູ່ພື້ນລົດໃຫ່ຍ ໂດຍເອົາເຫຼັກເສດປົກປິດໄວ້ ໃນນັ້ນມີ ຢາໄອສ໌ ຈຳນວນ 8 ເປົາ ນໍ້າໜັກ 259 ກິໂລກຼາມ, ໂຄເຄນ 58 ເປົາ ນໍ້ຳໜັກ 1.807 ກິໂລກຣາມ, ເຮໂຣອິນ ຈຳນວນ 03 ເປົາ ມີ 280 ແທ່ງ ນ້ຳໜັກ 109 ກິໂລກຣາມ ແລະ ເງິນກີບທະນາຄານ 4.700.000 ກີບ, ເງິນບາດໄທ 50.000 ບາດ, ເຈົ້າໜ້າທີ່ຈຶ່ງຢຶດທັງລົດ ແລະ ຂອງກາງພ້ອມທັງກັກຕົວຜູ້ຖືກຫາຈຳນວນ 02 ຄົນຊື່ ທ້າວ ບຸນສົງ ຄຳໄຊແກ້ວ ອາຍຸ 32 ປີ,ອາຊີບ ຂັບລົດ,ຊັນຊາດ ລາວ, ຊົນເຜົ່າລື້, ຢູ່ບ້ານ ນາງົວ ເມືອງ ເງິນ ແຂວງ ໄຊຍະບູລີ ແລະ ທ້າວ ລີປໍ ເລົ່າ ອາຍຸ 15 ປີ, ອາຊີບ ກໍາມະກອນ, ຊັນຊາດລາວ, ຊົນເຜົ່າມົ້ງ, ຢູ່ບ້ານ ຫ້ວຍລໍາແພນ ເມືອງປາກທາ ແຂວງບໍ່ແກ້ວ ຈິ່ງນໍາເອົາພວກກ່ຽວມາ ສືບສວນ-ສອບສວນ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ປັດຈຸບັນເຈົ້າໜ້າທີ່ກຳລັງເລັ່ງຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດຳເນີນຄະດີ.

ແຫຼ່ງຂໍ້ມູນ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...