spot_img
Homeຂ່າວພາຍ​ໃນລັດຖະບານອົດສຕາລີ ມອບເຄື່ອງຟອກໝາກໄຂ່ຫລັງ ຈໍານວນ 4 ໜ່ວຍ ມູນຄ່າ 1 ຕື້ກີບ ໃຫ້ແກ່ລາວ

ລັດຖະບານອົດສຕາລີ ມອບເຄື່ອງຟອກໝາກໄຂ່ຫລັງ ຈໍານວນ 4 ໜ່ວຍ ມູນຄ່າ 1 ຕື້ກີບ ໃຫ້ແກ່ລາວ

Published on

ໃນວັນທີ 1 ກັນຍາ 2022 ທີ່ກະຊວງສາທາລະນະສຸກ ໂດຍການກ່າວມອບຂອງທ່ານ ແດນເຮວເດິນ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳລາວ ແລະ ທ່ານ ນາງ ໂລຢິງຣູ ແຈັກເກີລີນ ຕາງໜ້າອົງການອະນາໄມໂລກ ແລະ ກ່າວຮັບໂດຍ ດຣ ບຸນແຝງ ພູມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ແລະ ເຄື່ອງດັ່ງກ່າວຈະຖືກສົ່ງຕໍ່ໃຫ້ໂຮງໝໍແຂວງຄຳມ່ວນ ສາລະວັນ ແລະ ຈຳປາສັກ.

ເຄື່ອງຟອກໝາກໄຂ່ຫຼັງຈໍານວນນີ້ຈະຊ່ວຍເພີ່ມຄວາມອາດສາມາດໃນການປິ່ນປົວຄົນເຈັບທີ່ທຸກທໍລະມານຈາກພະຍາດໝາກໄຂ່ຫຼັງ. ນອກຈາກນີ້ຍັງສາມາດຊ່ວຍໃຫ້ຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ໄດ້ຮັບການຮັກສາແຍກຈາກຄົນເຈັບທົ່ວໄປ, ໝາຍຄວາມວ່າຈະຊ່ວຍຫຼຸດຜ່ອນຄວາມສ່ຽງໃນການແພ່ພະຍາດໄປສູ່ຜູ້ເຖົ້າ, ຄົນເຈັບ ແລະ ກຸ່ມຄົນທີ່ມີຄວາມສ່ຽງສູງທີ່ຕ້ອງໄປໂຮງໝໍຢູ່ເປັນປະຈຳ.

ດຣ ບຸນແຝງ ພູມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານອົດສະຕຣາລີ ທີ່ໃຫ້ການຊ່ວຍເຫຼືອຢ່າງກວ້າງຂວາງ ແລະ ທັນເວລາ, ເນື່ອງຈາກລາວກຳລັງປະເຊີນກັບການເພີ່ມຂຶ້ນຂອງກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໃນຊຸມຊົນ ແລະ ຍັງປະເຊີນກັບການເພີ່ມຂຶ້ນຂອງຈຳນວນຄົນເຈັບຈາກພະຍາດໝາກໄຂ່ຫຼັງ ແລະ ເບົາຫວານ, ການຊ່ວຍ ເຫຼືອຄັ້ງນີ້ ຈະຊ່ວຍຮັກສາໄດ້ຫຼາຍຊີວິດໃນຫຼາຍຊຸມຊົນທັງໃນປະຈຸບັນ ແລະໃນອະນາຄົດ. ໃນແຕ່ລະປີລາວສູນເສຍປະຊາກອນຫຼາຍກວ່າ 30.000 ຊີວິດຈາກພະຍາດທີ່ບໍ່ຕິດຕໍ່ເຊັ່ນພະຍາດເບົາ ຫວານ, ຊຶ່ງເກືອບເຄິ່ງໜຶ່ງຂອງຈຳນວນດັ່ງກ່າວສາມາດປ້ອງກັນຈາກການເສຍຊີວິດໄດ້.

ການຊ່ວຍເຫຼືອໃນຄັ້ງນີ້ແມ່ນສ່ວນໜຶ່ງຂອງເງິນຊ່ວຍເຫຼືອຈຳນວນ 2 ລ້ານໂດລາສະຫະລັດທີ່ລັດ ຖະບານອົດສະຕຣາລີ ໄດ້ຊ່ວຍເຫຼືອຜ່ານອົງການອະນາໄມໂລກປະຈຳລາວ ເພື່ອປັບປຸງແກ້ໄຂວຽກງານປ້ອງກັນ ແລະ ປິ່ນປົວພະຍາດໂຄວິດ-19, ວັກຊີນກັນພະຍາດໂຄວິດ-19 ແລະ ພະຍາດອື່ນໆ, ລວມເຖິງບັນຫາທາງດ້ານສາທາລະນະສຸກອື່ນໆໃນທົ່ວປະເທດ. ນອກຈາກນີ້ການຊ່ວຍເຫຼືອດັ່ງ ກ່າວຍັງກວມເອົາການຊ່ວຍເຫຼືອໃນການກວດພະຍາດໂຄວິດ-19 ແລະ ການເຝົ້າລະວັງການແພ່ລະ ບາດ, ການສະໜອງວັກຊີນ, ຫ້ອງທົດລອງ, ຄລີນິກ ແລະ ການຝຶກອົບຮົມພະນັກງານສາທາລະ ນະສຸກຕື່ມອີກ.

ແຫຼ່ງຂ່າວຈາກ Lao National Radio

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...