spot_img
Homeຂ່າວພາຍ​ໃນຄະນະຜູ້ແທນຂັ້ນສູງຂອງ ແຂວງໄຊສົມບູນ ສປປ ລາວ ສໍາເລັດການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາ ສສ ຫວຽດນາມ

ຄະນະຜູ້ແທນຂັ້ນສູງຂອງ ແຂວງໄຊສົມບູນ ສປປ ລາວ ສໍາເລັດການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາ ສສ ຫວຽດນາມ

Published on

ໃນລະຫວ່າງວັນທີ 28-29 ສິງຫາ 2022 ຜ່ານມານີ້, ຄະນະຜູ້ແທນຂັ້ນສູງຂອງແຂວງໄຊສົມບູນ ສປປ ລາວ; ເຊິ່ງນໍາພາໂດຍທ່ານ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງເຊີນລາ ສສ ຫວຽດນາມ ໂດຍການຕ້ອນຮັບ ຂອງທ່ານ ຫງວຽນຫຶວດົງ, ກໍາມະການຄະນະບໍລິຫານງານສູນກາງພັກ, ເລຂາພັກແຂວງ, ປະທານສະມາ ຊິກສະພາແຫ່ງຊາດແຂວງ ພ້ອມດ້ວຍປະຊາຊົນຊາວແຂວງເຊີນລາ ຢ່າງອົບອຸ່ນ.

ໂອກາດນີ້, ຄະນະຜູ້ແທນຂັ້ນສູງຂອງແຂວງໄຊສົມບູນ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຫງວຽນຫຶວດົງ ປະທານສະມາຊິກສະພາແຫ່ງຊາດແຂວງ ພ້ອມດ້ວຍຄະນະນໍາຂັ້ນສູງ ຂອງແຂວງເຊີນລາ ສສ ຫວຽດນາມ, ພ້ອມທັງວາງພວງມາລາ ຢູ່ອະນຸສາວະລີ ປະທານໂຮ່ຈີມິນ ແລະ ໄດ້ເຂົ້າ ຮ່ວມພິທີສະເຫຼີມສະຫຼອງສອງວັນປະຫວັດສາດລາວ-ຫວຽດນາມ, ຫວຽດນາມ-ລາວ ຄື ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ( 5 ກັນຍາ 1962 – 5 ກັນຍາ 2022 ) ແລະ ວັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ( 18 ກໍລະກົດ 1977 – 18 ກໍລະກົດ 2022 ) ແລະ ພິທີຮັບຮອງເຂດອະນຸສອນສະຖານປະຫວັດສາດການປະຕິວັດ ລາວ-ຫວຽດນາມ ເປັນອະນຸສອນສະຖານແຫ່ງ ຊາດພິເສດ, ເຊິ່ງໄດ້ຈັດຂຶ້ນ ທີ່ ແຂວງເຊີນລາ ສສ ຫວຽດນາມ ໂດຍມີຄະນະຜູ້ແທນຂັ້ນສູງ ຂອງສອງປະເທດ ພ້ອມດ້ວຍພໍ່ແມ່ປະຊາຊົນຊາວຫວຽດນາມເຂົ້າຮ່ວມຢ່າງເປັນຂະບວນການຝົດຟື້ນ.

ພິທີສະເຫຼີມສະຫຼອງສອງວັນປະຫວັດສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ພິທີຮັບຮອງເຂດອະນຸສອນສະຖານປະຫວັດສາດການປະຕິວັດ ລາວ-ຫວຽດນາມ ເປັນອະນຸສອນສະຖານແຫ່ງຊາດພິເສດ ກໍເພື່ອເປັນການຫວນຄືນປະຫວັດສາດແຫ່ງການສ້າງສາຍພົວພັນ ພັກ-ລັດ ແລະ ປະຊາ ຊົນສອງຊາດ ລາວ-ຫວຽດນາມ ຍາມໃດກໍຮູ້ສຶກຮູ້ບຸນຄຸນ ປະທານໂຮ່ຈີມິນ, ປະທານໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ທີ່ແສນເຄົາລົບຮັກຂອງພວກເຮົາ ຊຶ່ງພວກເພິ່ນເປັນຜູ້ໃຫ້ກໍາເນີດ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ຂອງສອງຊາດ ລາວ-ຫວຽດນາມ ຢ່າງສະເໝີຕົ້ນສະເໝີປາຍ ເປັນບ່ອນຈາລຶກຈົດຈໍາຂະບວນວິວັດການເຄື່ອນ ໄຫວສ້າງຕັ້ງທີ່ໝັ້ນການປະຕິວັດຂອງຄະນະຕະລຸມບອນພາກເໜືອລາວ ໂດຍມີ ທ່ານ ໄກສອນ ພົມວິ ຫານ ເປັນຜູ້ນໍາພາ ໂດຍໄດ້ຮັບການຊ່ວຍເຫຼືອຈາກປະຊາຊົນບ້ານພຽງສາ,ເຊິ່ງແມ່ນບ້ານລາວໂຄ່ໃນປັດຈຸບັນ ໄດ້ໃຫ້ການອຸ້ມຊູຊ່ວຍເຫຼືອດ້ວຍນໍ້າໃຈອັນສູງສົ່ງ ເຂົ້າອົກເຂົ້າໃຈ ຕໍ່ຄະນະຕະລຸມບອນລາວເໜືອ ກໍຄືການເຄື່ອນໄຫວການປະຕິວັດ ແລະ ການສ້າງຮາກຖານການປະຕິວັດລາວໃນເມື່ອກ່ອນ ນອກນີ້ຍັງເປັນການຢັ້ງຢືນ ແລະ ຂະຫຍາຍສາຍພັນມິດຕະພາບທີ່ຫຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ໃຫ້ຂະຫຍາຍເຂົ້າສູ່ລວງກວ້າງ ແລະ ລວງເລິກ ມີປະສິດທິຜົນ ໃນທຸກຂົງເຂດວຽກງານ ແລະ ແທດເໝາະກັບສະພາບຕົວຈິງໃນແຕ່ລະໄລຍະ ບົນພື້ນຖານເສີມຂະຫຍາຍຈິດໃຈຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ຮ່ວມມືຢ່າງສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ, ໃຫ້ບູລິມະສິດພິເສດ, ສ້າງເງື່ອນໄຂສະດວກໃຫ້ແກ່ກັນ ເພື່ອຄວາມສົມບູນພູນສຸກຂອງສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ອ້າຍນ້ອງ.

ແຫຼ່ງຂ່າວຈາກ ຄວາມສະຫງົບ Lao Security News

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...