Homeຂ່າວທ້ອງຖິ່ນຊີ້ແຈງ 3 ສາເຫດທີ່ ການຊ່ວງເຮືອຢູ່ນະຄອນ ຫຼວງພະບາງ ບໍ່ມີການຊີງຊະນະເລີດ

ຊີ້ແຈງ 3 ສາເຫດທີ່ ການຊ່ວງເຮືອຢູ່ນະຄອນ ຫຼວງພະບາງ ບໍ່ມີການຊີງຊະນະເລີດ

Published on

ເຈົ້ານະຄອນຫຼວງພະບາງ ຊີ້ແຈງ 3 ສາເຫດທີ່ ການຊ່ວງເຮືອປະຈຳປີ ພສ 2565 ບໍ່ມີການຊີງຊະນະເລີດ

ອີງຕາມແຫຼງຂ່າວຈາກ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ໄດ້ຊີ້ແຈງໃນຕອນແລງ ວັນທີ 31 ສິງຫາ 2022 ກ່ຽວກັບ ບັນຫາຫາງສຽງສັງຄົມ ຕໍ່ການຊ່ວງເຮືອປະຈຳປີ ພສ 2565 ໂອກາດບຸນຫໍ່ເຂົ້າປະດັບ ດິນ ຊ່ວງເຮືອເດືອນ 9 ທີ່ບໍ່ມີການແຂ່ງຂັນໃນຮອບຊີງຊະນະເລີດ ເຊິ່ງເປັນການພົບກັນລະຫວ່າງ ເຮືອຊ່ວງຂອງນະຄອນຫຼວງວຽງຈັນ ບໍລິສັດແສງເພັດເກັບກູ້ລະເບີດ ກັບ ເຮືອຊ່ວງຂອງແຂວງໄຊຍະບູລີ ບໍລິສັດ ພັນທະມິດກຣຸບ ເນື່ອງມາຈາກ 3 ສາເຫດຫຼັກ.

ທ່ານ ວຽງທອງ ຫັດສະຈັນ ກ່າວວ່າ: ສຳລັບ 3 ສາເຫດທີ່ເຮັດໃຫ້ການຊ່ວງເຮືອປະຈຳປີ ພສ 2565 ຢູ່ນະຄອນ ຫຼວງພະບາງ ບໍ່ມີການຊີງຊະນະເລີດ ຍ້ອນວ່າ:

  • ເຮືອຄູ່ຊີງຊະນະເລີດທັງສອງລຳ ມີຂໍ້ຂັດແຍ່ງກັນມາກ່ອນຮອບຊີງຊະນະເລີດ ເຮັດໃຫ້ເວລາຈະອອກຈາກພ່ວງປ່ອຍ ບາງຄັ້ງມີລຳໜຶ່ງອອກ ບາງລຳບໍ່ຍອມອອກ;
  • ນັກກິລາເຮືອຊ່ວງທັງສອງລຳ ຂາດຈັນຍາບັນຂອງນັກກິລາ ໂດຍບໍ່ຄິດວ່າທຸກຄົນທີ່ຊົມຢູ່ສອງຟັ່ງນ້ຳຄານ ແລະ ຊົມຜ່ານການຖ່າຍທອດສົດ ຖ້າເບິ່ງການຊ່ວງເຮືອຄູ່ຊີງຊະນະເລີດ;
  • ສາເຫດທີສາມ ຍ້ອນກຳມະການ ດຳເນີນການກວດກາເຕັກນິກບໍ່ຄົບຖ້ວນ ຕາມລະບຽບການ ແລະ ບໍ່ເຂັ້ມງວດໃນການປະຕິບັດໜ້າທີ່.
ສ່ວນບັນຫາທີ່ປີ່ນອ້ອມແມ່ນເວລາດຳເນີນການແຂ່ງຂັນ ຍັງມີຄະນະຮັບຜິດຊອບເຮືອຊ່ວງ ນຳໃຊ້ເຮືອຈັກ ແລ່ນໄປ-ມາ ໃນສະຖານທີ່ແຂ່ງຂັນ, ພ້ອມນີ້ ການແຂ່ງຂັນແຕ່ລະລ່ອງໃຊ້ເວລາແກ່ຍາວ ເຮັດໃຫ້ນັກກິລາບໍ່ມີສະມາທິໃນການແຂ່ງຂັນ. ທ່ານ ວຽງທອງ ຫັນສະຈັນ ຍັງໃຫ້ຮູ້ອີກວ່າ: ຕໍ່ກັບບັນຫາຫາງສຽງສັງຄົມທີ່ເກີດຂຶ້ນ, ອົງການປົກຄອງນະຄອນ ຫຼວງພະບາງ ໄດ້ເຮັດໜັງສືແຈ້ງເຊີນໃຫ້ພາກສ່ວນກ່ຽວ ຂ້ອງ ເຂົ້າມາປຶກສາຫາລືຊອກຫາສາເຫດຕົວຈິງ ໂດຍໄດ້ຮັບໜັງສືແຈ້ງຕອບຈາກທຸກພາກ ສ່ວນ ແລະ ສາມາດສະຫລຸບບັນຫາລວມຕົວຈິງ ແມ່ນເຮືອຊ່ວງຂອງແຂວງໄຊຍະບູລີ ໄດ້ສະລະສິດເຂົ້າແຂ່ງຂັນໃນຮອບຊີງຊະນະເລີດ ຍ້ອນສະພາບເຮືອມີບັນຫາຕິດຂັດ, ຄະນະ ກຳມະການຈຶ່ງຕັດສິນໃຫ້ເຮືອຊ່ວງນະຄອນຫລວງວຽງຈັນ ບໍລິສັດແສງເພັດ ເກັບກູ້ລະເບີດ ໄດ້ຄອງຊະນະເລີດ. ໂອກາດນີ້, ເຈົ້ານະຄອນ ຫລວງພະບາງ ໄດ້ສະແດງຄວາມຂອບໃຈທີ່ທຸກພາກສ່ວນໃນສັງຄົມ ໄດ້ສົ່ງຄຳຄິດຄໍາເຫັນຕໍ່ການຈັດງານບຸນຊ່ວງເຮືອ ຢູ່ນະຄອນ ຫລວງພະບາງ ໃນປີນີ້, ທຸກບັນຫາຄົງຄ້າງ ອົງການປົກນະຄອນ ຫລວງພະບາງ ຂໍຮັບເອົາທຸກບັນຫາ ເພື່ອສືບຕໍ່ຊີ້ນຳຄະນະກຳມະການຈັດການແຂ່ງຂັນ ເພື່ອເຮັດໃຫ້ການຈັດງານບຸນໃນປີຕໍ່ໄປ ກໍຄື ປີ 2023 ປະສົບຜົນສໍາເລັດ ແລະ ໄດ້ຮັບຜົນດີຂຶ້ນກວ່າເກົ່າ.

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...