spot_img
Homeຂ່າວພາຍ​ໃນສົ່ງມອບຄືນລົດຂອງລັດ ໃຫ້ ຫສນຍ ຕາມດຳລັດ 599/ລບ

ສົ່ງມອບຄືນລົດຂອງລັດ ໃຫ້ ຫສນຍ ຕາມດຳລັດ 599/ລບ

Published on

ໃນວັນທີ 30 ສິງຫາ 2022 ທີ່ຫ້ອງວ່າການສູນກາງພັກ ໄດ້ຈັດພິທີສົ່ງມອບຄືນລົດຂອງລັດໂດຍມີກົມບໍລິຫານ ຫ້ອງວ່າການສູນກາງພັກ, ຫົວໜ້າກົມບໍລິຫານພິທີການ ແລະ ການເງິນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ແລະ ກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ ໄດ້ມີການຖອນລົດຮັບໃຊ້ຂອງການນໍາຂັ້ນສູງ ທີ່ໄດ້ປະກອບໃຫ້ໃນໄລຍະຜ່ານມາ ຊຶ່ງບໍ່ສອດຄ່ອງກັບດຳລັດ ວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021, ຄໍາແນະນໍາ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 02/ຫສນຍ, ລົງວັນທີ 30 ທັນວາ 2021 ແລະ ຄໍາແນະນໍາ ຂອງກະຊວງການເງິນ ເລກທີ 0393/ກງ, ລົງວັນທີ 4 ກຸມພາ 2022 ກ່ຽວກັບການຄຸ້ມຄອງ ແລະ ການນໍາໃຊ້ລົດບໍລິຫານຂອງລັດ.

ທັງໝົດນີ້ແມ່ນເພື່ອແນໃສ່ຈັດຕັ້ງຜັນຂະຫຍາຍ ບັນດານິຕິກໍາຂອງລັດຖະບານ, ນະໂຍບາຍປະຢັດ ທີ່ໄດ້ກໍານົດອອກ ແລະ ເປັນການທ້ອນໂຮມພາຫະນະຮັບໃຊ້ວຽກງານຂອງການນໍາຂັ້ນສູງ ມາລວມສູນຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອຄວາມສະດວກ ແລະ ຮັບປະກັນໃນການຕິດຕາມ, ຄຸ້ມຄອງ, ນໍາໃຊ້ ໃຫ້ຖືກຕ້ອງຕາມເປົ້າໝາຍ, ມີຄວາມໂປ່ງໃສ, ມີລະບຽບວິໄນ ແລະ ສອດຄ່ອງກັບລະບຽບການໃນສະພາບການໃໝ່.

ຂ່າວ-ພາບ: ຫ້ອງວ່າການສູນກາງພັກ

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...