spot_img
Homeຂ່າວພາຍ​ໃນແຂວງອຸດົມໄຊ ທຳລາຍຊິ້ນສ່ວນສັດປ່າຫວງຫ້າມທີ່ຢຶດໄດ້ຕາມຮ້ານຄ້າ

ແຂວງອຸດົມໄຊ ທຳລາຍຊິ້ນສ່ວນສັດປ່າຫວງຫ້າມທີ່ຢຶດໄດ້ຕາມຮ້ານຄ້າ

Published on

ພະແນກກະສິກໍາ ແລະ ປ່າໄມ້ ແຂວງອຸດົມໄຊ ໄດ້ຈັດພິທີທໍາລາຍຊິ້ນສ່ວນສັດປ່າຫວງຫ້າມທີ່ຢຶດໄດ້ ຕາມຮ້ານຄ້າຢູ່ຕາມຕະຫຼາດ ແລະ ຮ້ານແຄມທາງໃນຕົ້ນເດືອນສິງຫາຜ່ານມາ.

ກອງກວດ ກາປ່າໄມ້ ແຂວງອຸດົມໄຊ ໄດ້ລົງກວດກາບັນດາຕະຫຼາດ, ຮ້ານຂາຍເຄື່ອງຕາມແຄມທາງກວດກາພົບເຫັນ ແລະ ຢຶດໄດ້ຈໍານວນ 15 ຄັ້ງ (ເລີ່ມແຕ່ເດືອນມັງກອນ ເຖິງ ເດືອນກໍລະກົດ 20122) ສາມາດຢຶດໄດ້ ຈໍານວນ 16 ຊິ້ນສ່ວນສັດປ່າລວມນ້ໍາຫນັກ 56 ກິໂລກຼາມ (ລວມທັງເຈົ້າຫນ້າທີ່ຕໍາຫຼວດສິ່ງແວດລ້ອມ ຢຶດໄດ້ແລ້ວນໍາມາຝາກແຊ). ໃນນີ້, ສັດທີ່ຍັງມີຊີວິດຈໍານວນ 5 ໂຕ ນໍ້າຫນັກ 3,8 ກິໂລກຼາມ, ສັດຕາຍ (ເປັນຊິ້ນສ່ວນ) ຈໍານວນ 356 ຊິ້ນສ່ວນ ນໍ້າຫນັກ 91,8 ກິໂລກຼາມ, ຄິດເປັນມູນຄ່າ 5.508.000 ກີບ.

ສະເພາະແຍກເປັນແຕ່ລະບັນຊີສັດປ່າ ຄື: ປະເພດຫວງຫ້າມ ຫຼື ບັນຊີ 1: ຈໍານວນ 20 ຊິ້ນສ່ວນ ນຶ່ງ ຫນັກ 20,3 ກິໂລກຼາມ, ປະເພດຄຸ້ມຄອງ ຫຼື ບັນຊີ 2: ຈໍານວນ 16 ຊິ້ນສ່ວນ, ນໍ້າຫນັກ 64,3 ກິໂລກຼາມ, ປະເພດທົ່ວໄປ ຫຼື ບັນຊີ 3: ຈໍານວນ 180 ຊິ້ນສ່ວນ ນ້ໍາຫນັກ 110 ກິໂລກຼາມ.

ແຫຼ່ງຂໍ້ມູນຈາກ ຄວາມສະຫງົບ Lao Security News

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...