spot_img
Homeຂ່າວຕ່າງປະເທດອີຣານ-ຣັດເຊຍ ຈະນຳໃຊ້ສະກຸນເງິນຮ່ວມກັນດ້ານການຄ້າ

ອີຣານ-ຣັດເຊຍ ຈະນຳໃຊ້ສະກຸນເງິນຮ່ວມກັນດ້ານການຄ້າ

Published on

ກຸງເຕຫະລານ ປະກາດວ່າ ອີຣານ ແລະ ຣັດເຊຍ ຈະເລີ່ມຊື້ຂາຍສະກຸນເງິນຣຽວ ແລະ ຣູເບິນ ຢ່າງເປັນທາງການໃນການເຮັດທຸລະກຳດ້ານອື່ນໆ ເປັນການແລກປ່ຽນສະກຸນເງິນຮ່ວມກັນ ໂດຍຈະຫຼຸດຄ່າເງິນໂດລາສະຫະລັດ.

ສະກຸນເງິນຣຽວ

ອາລີ ຊາເລຮາບາດີ ຜູ້ວ່າການທະນາຄານກາງອີຣານ ລະບຸວ່າ ອີຣານ ແລະ ຣັດເຊຍ ຈະໃຊ້ເງິນ ຣຽວ ແລະ ຣູເບິນ ເພື່ອການຄ້າ ການໃຊ້ເງິນຣຽວໃນການຄ້າກັບປະເທດອື່ນ ເປັນໜຶ່ງໃນວາລະສຳຄັນຂອງລັດຖະບານພາຍໃຕ້ການດຳລົງຕຳແໜ່ງຂອງ ອິບຣາຮິມ ໄຣຊີ ປະທານາທິບໍດີອີຣານ ຫຼັງຈາກເລີ່ມມີການເປີດຊື້ຂາຍໃຊ້ສະກຸນເງິນ ຣຽວ-ຣູເບິນ ໃນຕະຫຼາດແລກປ່ຽນເງິນຕາຕ່າງປະເທດຂອງອີຣານ ໃນຊ່ວງທ້າຍເດືອນກຳລະກົດນີ້.

ສະກຸນເງິນຣູເບິນ

ຊາເລຮາບາດີ ລະບຸວ່າ ອີຣານ ແລະ ຣັດເຊຍ ໄດ້ເລີ່ມການຊື້ຂາຍໂດຍໃຊ້ຄ່າສະກຸນເງິນດັ່ງກ່າວໃນຕະຫຼາດທະວີພາຄີການຄ້າໃນຈຳນວນໜຶ່ງແລ້ວ ແລະ ຈະຂະຫຍາຍໄປສູ່ການເຮັດທຸລະກຳດ້ານອື່ນໆເພີ່ມອີກ.

ແຫຼ່ງຂ່າວຈາກ Xinhua

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...