spot_img
Homeຂ່າວພາຍ​ໃນປກສ ສະຫວັນນະເຂດກັກຕົວເປົ້າຫມາຍຄ້າຂາຍຢາ ເສບຕິດໄດ້ 3 ຄົນ ພ້ອມຢາບ້າ 9.000 ກວ່າເມັດ

ປກສ ສະຫວັນນະເຂດກັກຕົວເປົ້າຫມາຍຄ້າຂາຍຢາ ເສບຕິດໄດ້ 3 ຄົນ ພ້ອມຢາບ້າ 9.000 ກວ່າເມັດ

Published on

ເຈົ້າຫນ້າທີ່ ປກສ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ກັກຕົວເປົ້າຫມາຍຄ້າຂາຍຢາ ເສບຕິດໄດ້ 3 ຄົນ ພ້ອມຢາບ້າ 9.000 ກວ່າເມັດ; ໃນນີ້, ລົດຈັກ 3 ຄັນ, ໂທລະສັບ 5 ຫນ່ວຍ ແລະ ເງິນ ຈໍານວນຫນຶ່ງ.

ຄວາມສະຫງົບ ໄດ້ລາຍງານວ່າ: ໃນວັນທີ 11 ສິງຫາ 2022 ເຈົ້າຫນ້າທີ່ວິຊາສະເພາະ ໄດ້ນໍາກໍາລັງເຂົ້າຈັບຕົວເປົ້າຫມາຍຢາເສບຕິດ ຊື່ ທ້າວ ວິໄລສິນ ຫຼື ຈ່ອຍ ອາຍຸ 21 ປີ, ທ້າວ ສຸກສັນ ຫຼື ສຸກ ອາຍຸ 26 ປີ ບ້ານໂພນຊາຍ ແລະ ທ້າວ ສັນຕິ ຫຼື ຕິ ອາຍຸ 40 ປີ ບ້ານ ອຸດົມວິໄລ ນະຄອນໄກສອນ ແຂວງສະຫວັນນະເຂດ ພ້ອມຢາບ້າ 3 ເມັດ. ໃນເບື້ອງຕົ້ນ, ທ້າວ ວິໄລສິນ ໄດ້ຊື້ມາຈາກ ທ້າວ ສຸກສັນ ຫຼື ສຸກ. ຈາກນັ້ນ, ເຈົ້າຫນ້າທີ່ຈຶ່ງໄດ້ນໍາກໍາລັງໄປກັກຕົວ ທ້າວ ສຸກສັນ ຢູ່ຂອບເຂດ ເສັ້ນທາງເຂົ້າວັດປ່າ ຫຼັກ 6 ບ້ານໂພນສະຫວ່າງເຫນືອ ແລະ ເຂົ້າກວດຄົ້ນເຮືອນພົບເຫັນຢາບ້າ 2 ມັດ ກັບ 47 ເມັດ ຊຸກເຊື່ອງຢູ່ກ້ອງຕຽງ.

ຕໍ່ມາ, ເຈົ້າຫນ້າທີ່ໄດ້ຂະຫຍາຍຜົນ ມາຮອດວັນທີ 18 ສິງຫາ 2022, ຈຶ່ງໄດ້ເຂົ້າກັກຕົວ ທ້າວ ສັນຕິ ຫຼື ຕິ ຢູ່ບ້ານອຸດົມວິໄລ ພ້ອມຢາບ້າຈໍານວນ 32 ຖົງ, ເທົ່າກັບ 5.673 ເມັດ ແລະ ຄະດີດັ່ງກ່າວ ເຈົ້າຫນ້າທີ່ ວິຊາສະເພາະ ໄດ້ດໍາເນີນຄະດີຕາມຂັ້ນຕອນຂອງກົດຫມາຍຕໍ່ໄປ.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...