spot_img
Homeຂ່າວຕ່າງປະເທດສິງກະໂປກຽມຍົກເລີກກົດໝາຍຫ້າມມີເພດສຳພັນກັບເພດດຽວກັນ

ສິງກະໂປກຽມຍົກເລີກກົດໝາຍຫ້າມມີເພດສຳພັນກັບເພດດຽວກັນ

Published on

ນາຍົກລັດຖະມົນຕີສິງກະໂປປະກາດຍົກເລີກກົດໝາຍຫ້າມມີເພດສຳພັນລະຫວ່າງເພດດຽວກັນ ແຕ່ເນັ້ນຍ້ຳວ່າ ການແຕ່ງງານຍັງເປັນເລື່ອງລະຫວ່າງຊາຍຍິງ.

ສຳນັກຂ່າວ ຊີເອັນເອັນ ລາຍງານວ່າ ໃນວັນອາທິດ ທີ 21 ສິງຫາ 2022 ທ່ານ ລີ ຊຽນ ລຸງ ນາຍົກລັດຖະມົນຕີສິງກະໂປ ໄດ້ປະກາດວ່າ ລັດຖະບານກຽມການຍົກເລີກກົດໝາຍມາດຕາ 377A ຫ້າມມີເພດສຳພັນລະຫວ່າງເພດດຽວກັນ ເຊິ່ງໃຊ້ມາແຕ່ຍຸກອານານິຄົມ ຫຼັງຈາກທີ່ມີການຂັດຄ້ານ ຖົກຖຽງກັນມາຫຼາຍປີ.

ທັ້ງນີ້ ສິງກະໂປເປັນປະເທດທີ່ເປັນອະນຸລັກນິຍົມ ແຕ່ໃນຫຼາຍປີທີ່ຜ່ານມາ ມີສຽງຮຽກຮ້ອງຈາກປະຊາຊົນຢ່າງຫຼວງຫຼາຍວ່າ ໃຫ້ຍົກເລີກກົດໝາຍ 377A ໂດຍກ່ອນໜ້ານີ້ ລັດຖະບານໃຫ້ຄວາມໝັ້ນຄົງກັບກົດໝາຍນີ້ ແຕ່ບໍ່ບັງຄັບໃຊ້ເພື່ອຄວາມເພິງພໍໃຈລະຫວ່າງຝ່າຍອະນຸລັກນິຍົມ ແລະ ຝ່າຍຕໍ່ຕ້ານ.

ຢ່າງໃດກໍຕາມ ໃນວັນອາທິດ ນາຍົກລັດຖະມົນຕີສິງກະໂປ ໄດ້ປະກາດຍົກເລີກກົດໝາຍດັ່ງກ່າວ ເພາະລາວເຊື່ອວ່ານີ້ເປັນສິ່ງທີ່ຄວນເຮັດ ແລະ ເປັນສິ່ງທີ່ປະຊາຊົນສິງກະໂປສ່ວນຫຼາຍຍອມຮັບໄດ້ ໂດຍເນັ້ນຍ້ຳວ່າ ຊາວ LGBTQ+ ເປັນທີ່ຍອມຮັບຫຼາຍຂຶ້ນແລ້ວ ແລະ ການຍົກເລີກມາດຕາ 377A ຈະເຮັດໃຫ້ກົດໝາຍຂອງປະເທດສອດຄ່ອງກັບສັງຄົມໃນປັດຈຸບັນຫຼາຍຂຶ້ນ.

ນາຍົກລັດຖະມົນຕີສິງກະໂປ ໄດ້ກ່າວວ່າ ໃນທີ່ສຸດກົດໝາຍລ້າສະໄໝ ແລະ ເລືອກປະຕິບັດນີ້ ໄດ້ຖືກຍົກເລີກໄປແລ້ວ.

ເຖິງຢ່າງໃດກໍຕາມ ນັກເຄື່ອນໄຫວ LGBTQ+ ເບິ່ງວ່າ ການເຮັດໃຫ້ການແຕ່ງງານລະຫວ່າງຊາວ LGBTQ+ ຖືກກົດໝາຍ ເກີດຂຶ້ນໄດ້ຫຍາກຫຼາຍກວ່າອີກ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...