spot_img
Homeຂ່າວການຮ່ວມມືຄະນະຜູ້ແທນແຂວງຈໍາປາສັກ ເຄື່ອນໄຫວ ຢ້ຽມຢາມແຂວງ ບິ່ງເຝືອກ ສສ ຫວຽດນານ

ຄະນະຜູ້ແທນແຂວງຈໍາປາສັກ ເຄື່ອນໄຫວ ຢ້ຽມຢາມແຂວງ ບິ່ງເຝືອກ ສສ ຫວຽດນານ

Published on

ອີງຕາມແຫຼ່ງຂ່າວຈາກ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ສະຫາຍ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ໄດ້ນຳພາຄະນະຜູ້ແທນຂັ້ນສູງແຂວງຈໍາປາສັກ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບິ່ງເຝືອກ ສສ ຫວຽດ ນານ ໃນວັນທີ 21-22 ສິງຫາ 2022 ໂດຍໄດ້ການຕ້ອນຮັບຈາກ ສະຫາຍ ຫງວຽນ ແມ້ງ ເກື່ອງ ກຳມະການສູນກາງພັກຄອມມູນິດ, ເລຂາພັກແຂວງ, ຫົວໜ້າຄະນະຜູ້ແທນສາມາຊິກສະພາແຫ່ງຊາດແຂວງບິ່ງເຝືອກ, ສະຫາຍ ນາງ ເຈີ່ງ ຕື ຫຽນ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງ ບິ່ງເຝືອກ ພ້ອມຄະນະ.

ໃນການຢ້ຽມຢາມຄັ້ງນີ້, ໄດ້ມີພົບປະສອງຝ່າຍ ຢູ່ທີ່ສຳນັກງານຫ້ອງວ່າການແຂວງ ບິ່ງເຝືອກ ເຊິ່ງສອງຝ່າຍ ກໍໄດ້ລາຍງານສະພາບເສດຖະກິດ-ສັງຄົມ, ນະໂຍບາຍສົ່ງເສີມການລົງທຶນຂອງແຂວງ ແລະ ພ້ອມກັນຕີລາຄາຄືນການຈັດຕັ້ງປະຕິບັດເນື້ອໃນ, ໝາກຜົນການຮ່ວມມື ສອງຝ່າຍ ແຕ່ປີ 2017 ເຖິງປັດຈຸບັນ.

ພ້ອມທັງ ແລກປ່ຽນຄຳຄິດເຫັນ ແລະເປັນເອກະພາບນຳກັນ ໃນການກຳນົດທິດທາງແຜນການຮ່ວມມື ໃນໄລຍະປີ 2022-2026 ກໍຄື ເນື້ອໃນຂອງບົດບັນທຶກຊ່ວຍຈຳລະຫວ່າງ ແຂວງຈຳປາສັກ ສປປ ລາວ ແລະ ແຂວງ ບິ່ງເຝຶອກ ສສ ຫວຽດນາມ, ສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ດ້ານເນື້ອໃນ ແລະ ການຈັດຕັ້ງປະຕິບັດ ເປັນຕົ້ນ ຮ່ວມກັນສຸ່ມເຫື່ອແຮງ ເພື່ອເສີມສ້າງສາຍພົວພັນໃຫ້ຍືນຍົງ, ເປັນຮູບປະທຳໃນດ້ານຕ່າງໆ ທີ່ແທດເໝາະກັບນະໂຍບາຍ ແລະ ສັນຍາສາກົນຂອງແຕ່ລະປະເທດ, ຮ່ວມມືກັນປະກອບສ່ວນການພັດທະນາເສດຖະກິດ-ສັງຄົມຂອງສອງຝ່າຍ,

ເປັນຕົ້ນ ແມ່ນບັນດາຂົງເຂດ ການຮ່ວມມືດ້ານການແລກປ່ຽນຄະນະຜູ້ແທນສອງຝ່າຍ ແນໃສ່ການເພີ່ມທະວີຄວາມສາມັກມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງແຂວງ; ການຮ່ວມມືສົ່ງເສີມການການຄ້າ ແລະ ລົງທຶນ; ສອງຝ່າຍ ຈະໃຫ້ການສະໜັບສະໜູນ ແລະ ສະໜອງຂໍ້ມູນກ່ຽວກັບບັນດານັກທຸລະກິດ ທີ່ເປັນທ່າແຮງຂອງສອງ ທີ່ມີຄວາມພ້ອມໃນການຮ່ວມມືທາງການຄ້າ, ຊຸກຍູ້ ສົ່ງເສີມ ໃຫ້ມີການການແລກປ່ຽນ ລະຫ່ວາງ ບັນດານັກທຸລະກິດ.

ໃນການມາຢ້ຽມຢາມຂອງຄະນະຜູ້ແທນແຂວງຈຳປາສັກ ກໍເພື່ອເປັນການປະກອບສ່ວນ ເສີມຂະຫຍາຍສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສະມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ເປັນມູນເຊື້ອ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະ ລະຫວ່າງ ແຂວງຈຳປາສັກ ກັບ ແຂວງບິ່ງເຝືອກ ໃຫ້ນັບມືເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາໃຫ້ເຂົ້າສູ່ລວງເລິກ ດ້ວຍຄຸນນະພາບໃໝ່.

ແຫຼ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...